spot_img
Homeຂ່າວຕ່າງປະເທດສິງກະໂປແອຣໄລນ໌ ກຽມໃຊ້ເຮືອບິນລຳຍາວ ແລະ ໃຫຍ່ທີ່ສຸດໃນໂລກ

ສິງກະໂປແອຣໄລນ໌ ກຽມໃຊ້ເຮືອບິນລຳຍາວ ແລະ ໃຫຍ່ທີ່ສຸດໃນໂລກ

Published on

‘ຊີເອັນເອັນມັນນີ່’ ເປີດເຜີຍວ່າ ແຫຼ່ງຂ່າວ 3 ຄົນໃກ້ຊິດກັບໂຄງການສ້າງເຮືອບິນເຈັດທີ່ຍາວທີ່ສຸດໃນໂລກ ຄາດຄະເນວ່າ ສາຍການບິນສິງກະໂປແອຣໄລນ໌ຈະເລືອກແບບເຮືອບິນຈາກ 1 ໃນສອງບໍລິສັດໄດ້ພາຍໃນທ້າຍປີນີ້

ໂດຍທັງໂບອິ້ງ ແລະ ແອຣບັສໄດ້ນຳສະເໜີຜົນການອອກແບບເຮືອບິນໃຫ້ຄະນະວິສະວະກອນຈາກສິງກະໂປແອຣໄລນ໌ແລ້ວ ເຊິ່ງເຮືອບິນທີ່ບໍລິສັດອອກແບບໄວ້ ຈະເປັນເຮືອບິນທີ່ມີທາງຍ່າງ 2 ຊ່ອງ ທີ່ຍາວທີ່ສຸດ ແລະ ໃຫຍ່ທີ່ສຸດໃນໂລກທີ່ໃຊ້ສອງເຄື່ອງຍົນ ຄວາມຍາວຕະຫຼອດລຳເກືອບຍາວເທົ່າກັບສະໜາມບານເຕະ

ເຮືອບິນແອຣບັສລຸ້ນ A350-2000 ມີຄວາມຍາວເກືອບ 77.4 ແມັດ ແລະ ມີບ່ອນນັ່ງຜູ້ໂດຍສານ 400 ບ່ອນນັ່ງ ສ່ວນເຮືອບິນໂບອິ້ງລຸ້ນ 777-10X ມີຄວາມຍາວ 78.9 ແມັດ ແລະ ບັນຈຸຜູ້ໂດຍສານໄດ້ 450 ບ່ອນນັ່ງ ຖືວ່າມີບ່ອນນັ່ງຫຼາຍກວ່າ ເຮືອບິນແອຣບັສລຸ້ນ A350 ແລະ ໂບອິ້ງ 777X ທີ່ໃຫຍ່ທີ່ສຸດ ແລະ ໄດ້ມີການນຳໃຊ້ໃນປັດຈຸບັນ ເຖິງ 30 ແລະ 50 ບ່ອນນັ່ງ

ຂ່າວຈາກ: http://news.mthai.com/hot-news/world-news/533152.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...