spot_img
Homeຂ່າວພາຍ​ໃນສຳເລັດແລ້ວສະຖານີລົດໄຟກາສີພ້ອມກຽມເປີດນຳໃຊ້ໃນບໍ່ຊ້ານີ້

ສຳເລັດແລ້ວສະຖານີລົດໄຟກາສີພ້ອມກຽມເປີດນຳໃຊ້ໃນບໍ່ຊ້ານີ້

Published on

ສະຖານີລົດໄຟກາສີ ເຊິ່ງຕັ້ງຢູ່ເມືອງກາສີ, ແຂວງວຽງຈັນ ເປັນໜຶ່ງໃນສະຖານີທີ່ນອນໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ປັດຈຸບັນກໍ່ສ້າງສ້າງສຳເລັດແລ້ວພ້ອມກຽມເປີດນຳໃຊ້ໃນບໍ່ຊ້ານີ້.

ສະຖານີລົດໄຟກາສີນອນຢູ່ໃນພື້ນທີ່ກໍ່ສ້າງ 1498,7 ຕາລາງແມັດ, ຮັບເໝົາກໍ່ສ້າງສະຖານີໂດຍກຸ່ມບໍລິສັດກໍ່ສ້າງທາງລົດໄຟ ສປ ຈີນ ເປັນສະຖານນີຂົນສົ່ງໂດຍສານ, ມີບ່ອນລໍຖ້າຂຶ້ນລົດ 1 ບ່ອນ ໂດຍມີເສັ້ນທາງລົດໄຟຂັ້ນກາງ 3 ສາຍ, ສາມາດບັນຈຸຜູ້ໂດຍສານໄດ້ສູງສຸດ 150 ຄົນ ດ້ວຍການອອກແບບປະສົມປະສານກັນລະຫວ່າງສະຖາປັດຕະຍະກໍາແບບດັ້ງເດີມຂອງລາວ ແລະຈີນ ເຊິ່ງມີຄວາມສວຍງາມ ແລະມີສະເໜ່ດ້ວຍວັດທະນະທໍາລາວ ແລະຈີນ.

ຄະນະບໍລິສັດຮັບເໝົາກໍ່ສ້າງສະຖານີກາສີແຈ້ງໃຫ້ຮູ້ວ່າ: ໄດ້ມີການນໍາໃຊ້ເຕັກນິກສ້າງແບບຈຳລອງ BIM ແລະໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນການກໍ່ສ້າງໃນລະດູຝົນ, ການປ້ອງກັນພະຍາດໂຄວິດ-19, ການຂົນສົ່ງວັດສະດຸກໍ່ສ້າງແລະອື່ນໆ ແລະສາມາດສໍາເລັດໂຄງລ່າງສ່ວນຫຼັກຂອງອາຄານສະຖານີກ່ອນເວລາກໍານົດ 15 ມື້. ປັດຈຸບັນ, ສະຖານີດັ່ງກ່າວພວມດໍາເນີນການກວດຮັບ ແລະຄາດວ່າຈະໄດ້ເປີດນໍາໃຊ້ຕາມແຜນທີ່ວາງໄວ້.

ຂໍ້ມູນຈາກ: Lao National Radio

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...