spot_img
Homeຂ່າວພາຍ​ໃນສຳຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ-ສຳປະທານແຫຼ່ງທ່ອງທ່ຽວໄຫຫີນ

ສຳຫຼວດຄວາມເປັນໄປໄດ້ໃນການລົງທຶນເຊົ່າ-ສຳປະທານແຫຼ່ງທ່ອງທ່ຽວໄຫຫີນ

Published on

ເມື່ອບໍ່ດົນມານີ້, ແຂວງຊຽງຂວາງ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາ ສຳຫຼວດຄວາມເປັນໄປໄດ້ ໃນການລົງທຶນເຊົ່າ-ສຳປະທານ ແຫຼ່ງທ່ອງທ່ຽວໄຫຫີນໃນເຂດ 2 ເຂດ 3 ຢູ່ທົ່ງໄຫຫີນ ບ້ານອ່າງ, ບ້ານນາໂອ ເມືອງແປກ ແລະ ທົ່ງໄຫຫີນ 2 ແລະ 3 ຢູ່ບ້ານນາໂຄ ແລະ ບ້ານຊຽງດີ ເມືອງຜາໄຊ ແຂວງຊຽງຂວາງ.

ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ຄຳຜຸຍ ໂນລາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໂດຍມີ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ບຸນຈັນ ສີວົງພັນ ໄດ້ຮຽກຮ້ອງພາກສ່ວນກ່ຽວຂ້ອງ ແລະ ຜູ້ສຳປະທານໃຫ້ດຳເນີນງານສ້າງແຜນຮ່ວມກັນລະອຽດ ໃນການຈັດຕັ້ງປະຕິບັດວຽກງານໃຫ້ວ່ອງໄວ ທັນເຫດການ, ພ້ອມທັງນຳເອົາຈິດໃຈບົດບັນທຶກ ໄປເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າເຂດໃກ້ຄຽງ ເຂົ້າໃຈແຈ້ງຕໍ່ແນວທາງພັກ-ລັດ ໃຫ້ເປັນເອກະພາບໃນເເລວທາງ ໃນການສຳປະທານເຊົ່າທົ່ງໄຫຫີນ ຊຶ່ງເປັນໂຄງການຕົວຢ່າງແຂວງໃນເຂດທ່ອງທ່ຽວ.

ທີ່ມາ ວິທະຍຸ-ໂທລະພາບແຂວງຊຽງຂວາງ 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...