spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາເຫດ ແລະ ວິທີຮັກສາອາການປວດມົດລູກ

ສາເຫດ ແລະ ວິທີຮັກສາອາການປວດມົດລູກ

Published on

ສາເຫດຂອງການປວດມົດລູກ ເກີດຈາກຫຼາຍສາເຫດ ບໍ່ວ່າຈະເປັນການປວດປະຈຳເດືອນ, ມົດລູກຍ່ອນ ການອັກເສບຂອງຮັງໄຂ່ ຫຼື ການອັກເສບບໍລິເວນມົດລູກ ການຖືພານອກມົດລູກ ເນື້ອງອກມົດລູກ ການຖືພາຜິດປົກກະຕິຕ່າງໆ ຈົນຮວມໄປເຖິງຄວາມຜິດປົກກະຕິຂອງການທີ່ເຍື່ອບຸມົດລູກຂະຫຍາຍຜິດບ່ອນ

ການຮັກສາອາການປວດມົດລູກຂັ້ນເບື້ອງຕົ້ນ
ສິ່ງທຳອິດແມ່ນເຮົາຕ້ອງເລີ່ມຫາສາເຫດກ່ອນວ່າການປວດມົດລູກນັ້ນມັນມີສາເຫດມາຈາກຫຍັງ
– ຫາກເກີດຈາກການປວດທ້ອງໃນເວລາມີປະຈຳເດືອນ ສາມາດຊື້ຢາຄາຍກ້າມເນື້ອມາກິນໄດ້ ຄຽງຄູ່ກັບການດື່ມນ້ຳອຸ່ນ ຫຼີກລ່ຽງເຄື່ອງດື່ມເຢັນໆ ແລະ ໃຊ້ການປະຄົບນ້ຳອຸ່ນທີ່ທ້ອງຈະຊ່ວຍໃຫ້ອາການປວດດີຂຶ້ນ
– ຫາກເກີດຈາກການອັກເສບ ຕິດເຊື້ອ ຕ້ອງຮັກສາດ້ວຍການໃຊ້ປະຕິຊີວະນະ ທີ່ຕ້ອງກິນຕາມຄຳສັ່ງຂອງແພດຢ່າງເຄັ່ງຂັດ
– ຫາກເກີດຈາກເນື້ອງອກ ຫຼື ເຍື່ອບຸໂພ່ງມົດລູກຂະຫຍາຍຜິດບ່ອນ ສາມາດຮັກສາໄດ້ໂດຍການກິນຢາຄຸມ ຫຼື ການສັກຢາຄຸມບາງຊະນິດ ເພື່ອໃຫ້ຮໍໂມນຊ່ວຍກົດໃຫ້ຢຸດການຈະເລີນເຕີບໂຕ ຫຼື ແຫ່ວລົງ ເຊິ່ງຕ້ອງກິນຢາຕໍ່ເນື່ອງຕາມແພດນັດ ຫຼື ຖ້າເປັນຮຸນແຮງຫຼາຍ ກໍຕ້ອງຮັກສາດ້ວຍການຜ່າຕັດ
– ຫາກບໍ່ສາມາດຫາສາເຫດຂອງອາການປວດບໍລິເວນມົດລູກໄດ້ ແຕ່ມີອາການປວດແຮງ ອາດໃຊ້ວິທີຮັກສາດ້ວຍການເຮັດກາຍະພາບບຳບັດ ການຝຶກເຮັດທ່າທາງການຍ່າງ, ການນັ່ງ, ການໃຊ້ຢາຄາຍການເຄັ່ງຕິງຂອງກ້າມເນື້ອ ແລະ ການສັກຢາຊາສະເພາະອາການນີ້ ເພື່ອຫຼຸດຜ່ອນອາການປວດ

ການຮັກສາອາການປວດມົດລູກດ້ວຍຢາສະໝຸນໄພ

ດື່ມນ້ຳຢານາງ ເຊົ້າ, ສວາຍ, ແລງ ກ່ອນອາຫານຕອນທ້ອງຫວ່າງ ຄັ້ງລະ 1 ຈອກ ຈະຊ່ວຍຫຼຸດອາການປວດມົດລູກໄດ້

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...