spot_img
Homeຂ່າວພາຍ​ໃນສາວເສຍເງິນ 770 ລ້ານກີບເພື່ອຈະແລກປ່ຽນເປັນເງິນຕາຕ່າງປະເທດ

ສາວເສຍເງິນ 770 ລ້ານກີບເພື່ອຈະແລກປ່ຽນເປັນເງິນຕາຕ່າງປະເທດ

Published on

ຝາກເຕືອນທີ່ໃຜຈະແລກປ່ຽນເງິນຕາ ທີ່ໃຊ້ໃນການຊື້ຂາຍຈຳນວນຫຼາຍຄວນລະວັງ ກຸ່ມມິດສາຊີບຕົວະເອົາເງິນແລ້ວບໍ່ໂອນກັບຄືກັບກໍລະນີນີ້.

ໃນວັນທີ 13 ກັນຍາ 2023 ຜູ້ໃຊ້ເຟສບຸກຊື່ ThiennaPha Bounvixay ໄດ້ໂພສວ່າ: ໃນວັນທີ 11 ກັນຍາ ຕົນ ແລະ ນ້ອງສາວໄປແລກປ່ຽນເງິນໂດລາ ເພື່ອຫວັງຈະນໍາເງິນໂດລາໄປຈ່າຍຄ່າລົດ ເມື່ອນັດກັນໄປແລກຢູ່ຮ້ານອາເມຊອນ ປຕທ ນາໄຊ ພໍໄປຮອດ 2 ຄົນນີ້ ຜູ້ຍິງກັບຜູ້ຊາຍ ກໍຍ້າຍນັ່ງຄົນລະໂຕະ ນ້ອງສາວຂ້ອຍເຂົ້າໄປສອບຖາມເພື່ອແລກເງິນ ພໍລົມກັນແລ້ວລາວໄດ້ເອົາໜັງສືຜ່ານແດນ ແລະ ບັດປະຈໍາໂຕຂອງລາວ ສະແດງໂຕພ້ອມກັບເລກບັນຊີທີ່ກົງກັນ ແລະ ກົງກັບໜ້າຂອງລາວເລີຍ, ພໍລົມກັນໄດ້ປະມານ 10 ນາທີ ນ້ອງສາວຂ້ອຍກໍໄດ້ໂອນເງິນໃຫ້ລາວ ຈຳນວນ 770 ລ້ານກີບ ແຕ່ລາວພັດວ່າລາວໂອນເງິນໄປໃຫ້ອີກຜູ້ໜຶ່ງ ແລ້ວຜູ້ທີ່ລາວໂອນໄປນັ້ນຍັງບໍ່ໂອນເງິນໂດລາມາ ຜ່ານໄປ 10 ປາຍນາທີ ທາງຂ້ອຍ ແລະ ນ້ອງສາວຂອງຂ້ອຍ ກໍເລີ່ມເອະໃຈແລ້ວວ່າອາດຈະຖືກຕົວະ ເພາະຕິດຕໍ່ຫາບຸກຄົນທີ 3 ກໍຄືຄົນທີລາວໂອນໄປນັ້ນບໍ່ໄດ້, ຫຼັງຈາກນັ້ນ ເລີຍຕິດຕໍ່ຫາທະນາຄານ ກໍຕິດຕໍ່ບໍ່ໄດ້ອີກ ພວກຂ້ອຍກໍພາລາວໄປຫາຕໍາຫຼວດເລີຍ.

ປັດຈຸບັນ ຜູ້ກ່ຽວ ແມ່ນຢູ່ໃນການດູແລຂອງເຈົ້າໜ້າທີ່ຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ.

ສຸດທ້າຍ ThiennaPha ຍັງກ່າວຕື່ມອີກວ່າ ຂໍໃຫ້ກໍລະນີຂ້ອຍກັບນ້ອງສາວຂອງຂ້ອຍເປັນກໍລະນີສຸດທ້າຍ ແລະ ເປັນສິ່ງເຕືອນໄພໃຫ້ກັບຫຼາຍໆຄົນ ແລະ ຫວັງທີ່ສຸດວ່າເຈົ້າໜ້າທີ່ຂອງພວກເຮົາ ຈະສາມາດດໍາເນີນຄະດີກັບບຸກຄົນນີ້ ແລະ ນໍາໄປເຖິງກຸ່ມແກ້ງຂະບວນການໃຫ້ໄດ້.

ຄູ່ກໍລະນີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...