spot_img
Homeຂ່າວຕ່າງປະເທດສາວລາວຮັບຈ້າງຂົນຢາບ້າ 5 ພັນກ່ວາເມັດ! ຖືກຕຳຫລວດໄທຈັບຢູ່ມຸກດາຫານ ສາລະພາບໄດ້ຄ່າຈ້າງ 15,000 ບາດ!

ສາວລາວຮັບຈ້າງຂົນຢາບ້າ 5 ພັນກ່ວາເມັດ! ຖືກຕຳຫລວດໄທຈັບຢູ່ມຸກດາຫານ ສາລະພາບໄດ້ຄ່າຈ້າງ 15,000 ບາດ!

Published on

capture-20150619-151433

ຕຳຫລວດໄທຈັບສາວລາວລັກລອບຂົນຢາບ້າ ໂດຍໃຊ້ລົດແທ໊ກຊີ່ເພື່ອຫລົບຕາເຈົ້າໜ້າທີ່ແຕ່ໜີບໍ່ລອດ ຖືກຈັບໄດ້ຄາດ່ານກວດຢູ່ມຸກດາຫານ ພົບຢາບ້າ 5 ພັນກ່ວາເມັດ ໂດຍຮັບສາລະພາບຮັບຈ້າງຂົນ ໄດ້ຄ່າຈ້າງ 15,000 ບາດ.

ເວັບຂ່າວຂອງສະຖານີວິທະຍຸກະຈາຍສຽງແຫ່ງປະເທດໄທ ປະຈຳແຂວງມຸກດາຫານ ໄດ້ລາຍງານໃນວັນທີ 18 ມິຖຸນາຜ່ານມານີ້ວ່າ ທາງເຈົ້າໜ້າທີ່ຕຳຫລວດແຂວງມຸກດາຫານ ໄດ້ສືບຮູ້ວ່າຈະມີການລັກລອບຂົນຢາບ້າໂດຍໃຊ້ເສັ້ນທາງພາຍໃນແຂວງ ຈິ່ງໄດ້ລົງຕັ້ງດ່ານກວດກາຢູ່ຕາມເສັ້ນທາງຫລັກ ໂດຍໃນວັນທີ 17 ມິຖຸນາຜ່ານມາ ເວລາ 17:30 ໂມງ ເຈົ້າໜ້າທີ່ຢູ່ດ່ານກວດຈິ່ງໄດ້ມີການກວດລົດແທ໊ກຊີ່ຄັນໜຶ່ງ ເຊິ່ງໃນນັ້ນພົບຜູ້ຍິງຊາວລາວຄົນໜຶ່ງຊື່ ນາງ ລິຕາ ສຸວັນນະລາດ ອາຍຸ 28 ປີ ເປັນປະຊາຊົນຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍສານມາຄົນດຽວໃນລົດຄັນດັ່ງກ່າວ ຈິ່ງໄດ້ຂໍອະນຸຍາດກວດຄົ້ນ ພົບຢາບ້າເຊື່ອງໄວ້ໃນກະເປົາຮັດແອວ ຈຳນວນ 5,988 ເມັດ.

ຜ່ານການສືບສວນຂອງເຈົ້າໜ້າທີ່ຕຳຫລວດແຂວງມຸກດາຫານ ໃຫ້ຮູ້ວ່າ ນາງ ລິຕາ ສຸວັນນະລາດ ໄດ້ຮັບສາລະພາບວ່າຕົນເອງເອົາຢາບ້າຈຳນວນດັ່ງກ່າວ ມາຈາກເມືອງດອນຕານ ແຂວງມຸກດາຫານ ແລ້ວຈິ່ງຈ້າງລົດສອງແຖວເຂົ້າມາຕົວເມືອງມຸກດາຫານ ກ່ອນທີ່ຈະຮັບຈ້າງເໝົາລົດແທ໊ກຊີ່ຄັນດັ່ງກ່າວ ເພື່ອຂົນຢາບ້າໄປສົ່ງໃຫ້ລູກຄ້າຢູ່ແຂວງອຳນາດຈະເລີນ ປະເທດໄທ ໂດຍໄດ້ຮັບຄ່າຈ້າງທັງໝົດ 15,000 ບາດ ແຕ່ກໍມາຖືກເຈົ້າໜ້າທີ່ຈັບໄດ້ກ່ອນ.

 

  capture-20150619-151519

capture-20150619-151542

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...