spot_img
Homeປ່ອງຢ້ຽມດວງດາວສາວນ້ອຍອັດສະລິຍະໄວ15 ອຸທິດຕົນເພື່ອຂຶ້ນຢຽບດາວອັງຄານຄົນທຳອິດຂອງໂລກ

ສາວນ້ອຍອັດສະລິຍະໄວ15 ອຸທິດຕົນເພື່ອຂຶ້ນຢຽບດາວອັງຄານຄົນທຳອິດຂອງໂລກ

Published on

Alyssa Carson ສາວໄວ 15ປີ ກ່າວວ່າໃນຕະຫຼອດຊີວິດຂອງລາວ ໄດ້ອຸທິດຕົນເອງເພື່ອສະແຫວງຫາຄວາມຮູ້ທາງອາວະກາດຢ່າງທີ່ສຸດ ດ້ວຍຄວາມໄຝ່ຝັນທີ່ຢາກເປັນມະນຸດຄົນທຳອິດທີ່ໄປຢຽບດາວອັງຄານ. Alyssa Carson ຄົນນີ້ມີລະຫັດປະຈຳໂຕວ່າ “Blueberry” ລາວເປັນຄົນທີ່ອາຍຸນ້ອຍທີ່ສຸດທີ່ໄດ້ເຂົ້າຮ່ວມໃນໂຄງການ Space Campus ແລະຜ່ານຫຼັກສູດ Advance Space Academy ຂອງອົງການ NASA ໃນຂະນະທີ່ລາວຮຽນຢູ່ຊັ້ນມັດທະ ຍົມສຶກສາ. Alyssa ມີຄວາມສາມາດເວົ້າໄດ້ເຖິງ 4 ພາສາ ແລະ ຈາກຄວາມເອົາໃຈໃສ່ຂອງລາວທີ່ຈະພິສູດຕໍ່ຄະນະກຳມະການຂອງ ອົງການ NASA ພວກເຂົາໄດ້ເອົາຊື່ຂອງລາວໄປໄວ້ໃນລາຍຊື່ແຖວໜ້າຂອງໂຄງການແລ້ວ.

15-1

Alyssa Carson ເຄີຍໃຫ້ສຳພາດວ່າ “ນັບແຕ່ຈື່ຄວາມໄດ້ຂ້ອຍກໍຄິດສະເໝີວ່າຢາກຈະໄປຢຽບດາວອັງຄານ ຂ້ອຍພະຍາຍາມເຮັດທຸກຢ່າງຄືເດັກນ້ອຍປົກກະຕິ ພຽງແຕ່ຂ້ອຍເຝິກຝົນເພື່ອຈະເປັນນັກບິນອາວະກາດ” ເເມື່ອບໍ່ດົນມານີ້ ລາວກາຍເປັນຄົນທີ່ອາຍຸນ້ອຍສຸດໃນໂລກທີ່ໄດ້ຮັບການຄັດເລືອກເຂົ້າສູ່ໂຄງການ PoSSUM (Polar Suborbital Science in the Upper Mesosphere) ເຊິ່ງໂຄງການນີ້ເປັນໂຄງການທີ່ບໍ່ຫວັງຜົນກຳໄລ ເພື່ອສຶກ ສາຊັ້ນບັນຍາກາດ. ສິດທິພິເສດກໍຄືຄົນທີ່ຜ່ານໂຄງການນີ້ຈະສາມາດອອກໄປຍ່າງຢູ່ນອກໂລກໄດ້. ແຕ່ເຖິງຢ່າງໃດກໍ່ຕາມລາວຍັງໄດ້ວາງແຜນທີ່ຈະຮຽນໃນມະຫາວິທະຍາໄລ Cambridge ແລະສຶກສາລະດັບປະລິນຍາເອກໃນສາຂາວິຊາ ວິສະວະກຳອາວະກາດທີ່ມະຫາວິທະຍາໄລ International Space ເຖິງແມ່ນວ່າຕອນນີ້ລາວຍັງມີເວລາຢູ່ຈົນກວ່າອົງການ NASA ກະກຽມແຜນສົ່ງມະນຸດໄປດາວອັງຄານໃນປີ 2030 ນັ້ນໝາຍຄວາມວ່າລາວຈະມີອາຍຸ 29 ປີ ຖືວ່າເປັນຊ່ວງເວລາທີ່ເໝາະສົມໃນການເຮັດພາລະກິດ.

16

 

ຂໍ້ມູນຈາກ: http://www.flagfrog.com/
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...