spot_img
Homeຂ່າວພາຍ​ໃນສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພາຍໃນ 2 ຊົ່ວໂມງ

ສາມາດຈັບຜູ້ກໍ່ເຫດລັກຊັບໄດ້ 2 ຄົນ ພາຍໃນ 2 ຊົ່ວໂມງ

Published on

ວັນທີ 15 ສິງຫາ 2022 ເວລາ 10:30 ໂມງ ເຈົ້າໜ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ວ່າມີເຫດການຄົນຮ້າຍລັກລົດຈັກ ທີ່ຈອດໄວ້ໜ້າເຮືອນ ບ້ານຫວ້ຍຫົງ ເມືອງຈັນທະບູລີ ນວ, ປກສ ກຸ່ມ 05 ໜອງທາ ຈຶ່ງໄດ້ລົງກວດກາ ເກັບກຳຂໍ້ມູນຫຼັກຖານ ໃຊ້ເວລາ 2 ຊົ່ວໂມງກວ່າ ສາມາດຈັບຜູ້ຖືກສົງໃສໄດ້ 2 ຄົນ ພ້ອມເກັບກູ້ລົດຈັກຄັນດັ່ງກ່າວຄືນມາມອບໃຫ້ເຈົ້າຂອງເດີມ.

ພັທ ຄຳພັດ ສົມມະລັດ ຫົວໜ້າ ປກສ ກຸ່ມ 05 ໜອງທາ ໃຫ້ຮູ້ວ່າ: ໃນວັນທີ 14 ສິງຫາ 2022, ມີເຫດການຄົນຮ້າຍລັກລົດຈັກ ຄິກໄອ ສີຂາວດຳ ປ້າຍທະບຽນ ດລ 8564 ກໍາແພງນະຄອນ ທີ່ຈອດປະໄວ້ໜ້າເຮືອນ, ຕໍ່ມາວັນທີ 15 ສິງຫາ 2022, ເວລາ 10:30 ໂມງ ຈຶ່ງໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍ, ຫຼັງຈາກຮັບແຈ້ງ ປກສ ກຸ່ມ 05 ໜອງທາ ເມືອງຈັນທະບູລີ ຈຶ່ງໄດ້ລົງຕິດຕາມ ສືບຄົ້ນຫາ ໂດຍໄດ້ສົມທົບກັບ ປກສ ບ້ານຫ້ວຍຫົງ ແລະ ບ້ານໜອງປີງ, ຮອດເວລາ 12:40 ໂມງຂອງວັນດຽວກັນ ສາມາດຈັບຕົວຜູ້ຖືກສົງໃສໄດ້ 2 ຄົນ ຢູ່ເສັ້ນທາງບ້ານໜອງປີງ ພ້ອມລົດຈັກຄັນດັ່ງກ່າວ, ຊາບຊື່ ທ້າວ ໄພທູນ ຫຼື ເລ້ ອາຍຸ 29 ປີ ຫວ່າງງານ ບ້ານ ໜອງປີງ ເມືອງຈັນທະບູລີ ແລະ ທ້າວ ສິດທິເດດ ຫຼື ນ້ອຍ ອາຍຸ 32 ປີ ຫວ່າງງານ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ. ສອບສວນ ເບື້ອງຕົ້ນຮັບສາລະພາບວ່າ: ຜ່ານມາເຄີຍເຄື່ອນໄຫວລັກເອົາລັກຈັກມາແລ້ວຈຳນວນ 03 ຄັ້ງ.

ເພື່ອເປີດກວ້າງຂະຫຍາຍຜົນຊອກຫາກຸ່ມຄົນຮ່ວມຂະບວນການມາດຳເນີນຄະດີ ປກສ ກຸ່ມ 05 ໜອງທາ ຈຶ່ງສົ່ງ 2 ຜູ້ຖືກສົງໃສ ໃຫ້ ປກສ ເມືອງຈັນທະບູລີດຳເນີນຄະດີ ຕາມກົດໝາຍ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...