spot_img
Homeຂ່າວພາຍ​ໃນສາມກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

ສາມກອງປະຊຸມສຸດຍອດ ກຳປູເຈຍ-ລາວ-ຫວຽດນາມ ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ

Published on

images
ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 7 ກອງປະຊຸມສຸດຍອດ ກຳປູເຈຍ-ລາວ
-ຫວຽດນາມ (CLMV) ຄັ້ງທີ 6 ແລະ ກອງປະຊຸມສຸດຍອດດ້ານເສດຖະກິດແມ່ນ້ຳອິຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ ຫຼື
ແອັກແມັກ (ACMECS) ຄັ້ງທີ 5 ຈະໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ສປປ ລາວ ແຕ່ວັນທີ 11-13 ມີນາ 2013 ຊຶ່ງກອງ
ປະຊຸມຈະມີບັນດາປະມຸກລັດ ຫົວໜ້າລັດຖະບານ ລັດຖະມົນຕີຕ່າງປະເທດ ລັດຖະມົນຕີ ເລຂາທິການໃຫຍ່ອາຊຽນ ແລະ ຄະ
ນະຜູ້ແທນຂັ້ນສູງ ເຈົ້າໜ້າທີ່ອາວຸໂສຈາກສາມປະເທດເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວເປັນກອງປະຊຸມໜຶ່ງທີ່ມີຄວາມສຳຄັນຂອງສາມປະເທດ ລາວ ກຳປູເຈຍ ແລະ ຫວຽດນາມ ເພື່ອພ້ອມກັນ
ຮ່ວມມືພັດທະນາເຂດສາມຫຼ່ຽມ ຈຸດປະສົງຂອງການຮ່ວມມື ເພື່ອສ້າງໃຫ້ຂົງເຂດຊາຍແດນຂອງສາມປະເທດມີຄວາມສະຫງົບ
ແລະ ມີການພັດທະນາທາງດ້ານເສດຖະກິດໃຫ້ຂະຫຍາຍຕົວໄວຂຶ້ນ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ນັບດີ
ຂຶ້ນ ເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເລັ່ງລັດການພັດທະນາເສດຖະກິດ-ສັງຄົມ ໂດຍ
ການ
ນຳໃຊ້ທ່າແຮງ ແລະ ຊັບພະຍາກອນທຳມະຊາດທີ່ມີ ໃຫ້ເກີດຜົນປະໂຫຍດສູງສຸດ ສຶກສາຄົ້ນຄວ້ານຳສະເໜີນະໂຍບາຍ ແລະ
ບັນດາກົນໄກການຮ່ວມມືທີ່ສອດຄ່ອງ ເພື່ອດຶງດູດການລົງທຶນຈາກຂົງເຂດອື່ນເຂົ້າມາເຂດສາມຫຼ່ຽມພັດທະນາຊອກຫາແຫຼ່ງທຶນ
ແລະ ການຊ່ວຍເຫຼືອດ້ານເຕັກນິກວິຊາການຈາກປະເທດອາຊຽນ ແລະ ຈາກບັນດາປະເທດຄູ່ເຈລະຈາອາຊຽນ ແລະ ປະເທດຄູ່
ຮ່ວມພັດທະນາຕ່າງໆ ເພື່ອຈັດຕັ້ງປະຕິບັດໂຄງການບູລິມະສິດ ມີການພັດທະນາແບບຍືນຍົງ ແລະ ມີການປົກປັກຮັກສາສິ່ງແວດ
ລ້ອມ.
ສຳລັບ ສປປ ລາວເຮົາແລ້ວ ທີ່ໄດ້ຮັບຜົນປະໂຫຍດໃນໄລຍະ 2010-2012 ລັດຖະບານໄທໃຫ້ທຶນການຊ່ວຍເຫຼືອລ້າ ການສ້າງ
ຂົວຂ້າມນ້ຳຂອງ ທ່າແຂກ-ນະຄອນພະນົມ ແມ່ນຂົວຈະເຊື່ອມຕໍ່ໃສ່ເສັ້ນທາງເລກທີ 12 ຊຶ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດໄປ
ຫາທ່າເຮືອວຸ່ງອາງ ສສ.ຫວຽດນາມ ການສ້າງຂົວຂ້າມແມ່ນ້ຳຂອງ ຫ້ວຍຊາຍ-ຊຽງຂອງໄທ ຍິນດີຈະໃຫ້ທຶນໃນການກໍ່ສ້າງ 50%
ຂອງມູນຄ່າກໍ່ສ້າງໂຄງການພັດທະນາເສັ້ນທາງລົດໄຟ ຈາກໜອງຄາຍ-ທ່ານາແລ້ງເຖິງສະຖານີວຽງຈັນ ບ້ານຄຳສະຫວາດ ມີໄລ
ຍະຍາວ 9 ກິໂລແມັດ ໃນນາມລັດຖະບານໄທ ຜ່ານກອງທຶນນິດາ ໄດ້ໃຫ້ທຶນຊ່ວຍເຫຼືອລ້າໃນການສຳຫຼວດ ແລະ ອອກແບບລະ
ອຽດ ໂຄງການທາງຫຼວງແຫ່ງຊາດ 11 ຈາກສາມແຍກຕາດທອງຫາຂົວຂ້າມນ້ຳສັງ ເມືອງສັງທອງ ໂຄງການກໍ່ສ້າງທາງ 2 E
ທຶນກູ້ຢືມຈາກ ສສ.ຫວຽດນາມ ແລະ ໂຄງການອື່ນໆຈຳນວນໜຶ່ງ.
ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...