spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສີນລົງໂທດ ຜູ້ຄ້າຢາເສບຕິດຫລາຍຄົນ

ສານປະຊາຊົນ ນະຄອນຫລວງວຽງຈັນ ຕັດສີນລົງໂທດ ຜູ້ຄ້າຢາເສບຕິດຫລາຍຄົນ

Published on

ໃນວັນທີ 21 ພະຈິກນີ້, ຄະນະສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ລົງຕັດສີນຄະດີຢູ່ຄ້າຍຄຸມຂັງ-ດັດສ້າງນາໄຫ-ນາໂນ ປະກອບມີ: ທ້າວ ບຸນທໍາ ອາຍຸ 34 ປີຢູ່ບ້ານຖິ່ນຕົມ ເມືອງຫາດຊາຍຟອງ, ທ້າວ ອາວຸດ ອາຍຸ 20 ປີ ຢູ່ບ້ານນໍ້າກ້ຽງ, ທ້າວ ມົນຕີ ອາຍຸ 23 ປີຢູ່ບ້ານດານຊີ ເມືອງນາຊາຍທອງ, ທ້າວ ຂັນທອງ ອາຍຸ 32 ປີຢູ່ບ້ານໂຊກນ້ອຍ, ທ້າວ ທອງຄູນ ອາຍຸ 55 ປີຢູ່ບ້ານນາຄວາຍໃຕ້, ທ້າວ ສິງ ອາຍຸ 21 ປີຢູ່ບ້ານຊຽງດາ ເມືອງໄຊເສດຖາ, ນາງ ທອງຂັນ ອາຍຸ 52 ປີຢູ່ບ້ານທ່າມ່ວງເມືອງຫາດຊາຍຟອງ, ທ້າວ ບຸນເກີດ ອາຍຸ 19 ປີ ຢູ່ບ້ານສີເກີດ ເມືອງນາຊາຍທອງ, ທ້າວ ໄຊຊະນະ ອາຍຸ 19 ປີຢູ່ບ້ານໜອງດ້ວງທົ່ງ, ທ້າວ ໄພ່ ອາຍຸ 25 ປີ ແລະ ນາງ ນິກ ອາຍຸ 21 ປີຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ໃຫ້ຈໍາຄຸກຜູ້ລະ 5 ປີພ້ອມປັບໃໝ 10 ລ້ານກີບ ແລະ ສ່ວນ ທ້າວ ໄມມັງ ອາຍຸ 43 ປີ ຢູ່ບ້ານໂພນທອງ ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ແມ່ນໃຫ້ຈໍາຄຸກເປັນເວລາ 7 ປີເຄິ່ງພ້ອມປັບໃໝ 55 ລ້ານກີບ ໃນຂໍ້ຫາຄ້າຂາຍຢາເສບຕິດ ໂດຍພວກກ່ຽວຖືກເຈົ້າໜ້າທີ່ແຕ່ລະເມືອງ ຈັບຕົວມາດໍາເນີນຄະດີໃນລະຫວ່າງປີ 2015-2016 ຍ້ອນມົ້ວສຸມເສບ ແລະ ຄ້າຂາຍຢາເສບຕິດປະເພດຢາບ້າ, ເຮໂລອິນ ແລະ ອື່ນໆ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...