spot_img
Homeຂ່າວເຫດການສານນະຄອນຫລວງວຽງຈັນ ຕັດສິນປ່ອຍຕົວນັກໂທດ ຜູ້ປະພຶດຕົນດີ ຈຳນວນ 13 ຄົນ!

ສານນະຄອນຫລວງວຽງຈັນ ຕັດສິນປ່ອຍຕົວນັກໂທດ ຜູ້ປະພຶດຕົນດີ ຈຳນວນ 13 ຄົນ!

Published on

unlock thief

ໃນທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນປ່ອຍຕົວນັກໂທດຈຳນວນ 13 ຄົນ,ໃນນັ້ນ 10 ຄົນແມ່ນຄະດີຢາເສບຕິດ, 2 ຄົນ ແມ່ນຄະດີປຸ້ນຊັບພົນລະເມືອງ ແລະ ພະຍາຍາມຄາດຕະກຳ,ເຊິ່ງຖືກຄຸມ ຂັງຢູ່ຄ້າຍຄຸມຂັງຊຳເຄ້ 6 ຄົນ, ໂພນເງິນ 6 ຄົນ ແລະ ໂພນຕ້ອງໜຶ່ງ ຄົນ, ທີ່ມີ ຄວາມກ້າວໜ້າ ແລະ ມີການຝຶກຝົນຫລໍ່ຫລອມຕົນເອງດີ, ເປັນແບບຢ່າງ ໃນການປະຕິບັດ ລະບຽບ ວິໄນຂອງຄ້າຍຄຸມຂັງ ແລະ ມີທັດສະນະ ແນວຄິດກິນແໜງແຄງໃຈຕໍ່ການກະທຳ ຜິດຂອງຕົນ.

ສານນະຄອນຫລວງວຽງຈັນໃຫ້ຮູ້ວ່າ:ຜູ້ທີ່ໄດ້ຮັບການປ່ອຍຕົວຄັ້ງນີ້ມີຄື: ທ້າວ ຈັນສອນ ອາຍຸ 39 ປີຢູ່ບ້ານນາໄຫ, ເມືອງຫາດຊາຍຟອງ, ນະຄອນຫລວງວຽງຈັນ, ນາງບົວຄຳ ອາຍຸ 55 ປີ ຢູ່ ບ້ານສີຈະເລີນ, ເມືອງສິງ, ແຂວງຫລວງນ້ຳທາ, ນາງມະລາວັນ ອາຍຸ 48 ປີຢູ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ທ້າວໄມຫລອດ ອາຍຸ 39 ປີຢູ່ບ້ານໂນນແກ້ວ, ເມືອງກາສີ, ແຂວງວຽງຈັນ, ທ້າວຊຽງບຸນ ອາຍຸ 38 ປີຢູ່ບ້ານໂພນສະອາດ, ເມືອງທ່າແຂກ, ແຂວງຄຳມ່ວນ, ທ້າວອີນທອງ ອາຍຸ 40 ປີ ຢູ່ບ້ານພະຂາວ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ທ້າວວັນສະເຫລີມ ອາຍຸ 24ປີ ຢູ່ບ້ານໜອງແຕ່ງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງ ຈັນ, ທ້າວເມກ ອາຍຸ 45 ປີ ຢູ່ບ້ານທົ່ງປົ່ງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ, ທ້າວເຈີນ ຮຸຍ ຖວ້ານ (ສັນຊາດຫວຽດນາມ) ອາຍຸ 25 ປີພັກເຊົາຢູ່ບ້ານດອນໜູນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ທ້າວບຸນລ້ຽງ ອາຍຸ 35 ປີຢູ່ບ້ານສົມສະຫງ່າ, ເມືອງໄຊເສດຖາ, ນະຄອນຫລວງວຽງຈັນ, ທ້າວລັດຕະນະ ອາຍຸ 26 ປີ ຢູ່ບ້ານຫລັກຫີນ, ເມືອງສີໂຄດຕະບອງ ແລະ ທ້າວອານຸລັກ ອາຍຸ 35 ປີຢູ່ບ້ານສະພານທອງກາງ, ເມືອງສີສັດຕະນາກ. ນະຄອນຫລວງວຽງຈັນ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...