spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງວຽງຈັນ ຕັດສິນລົງໂທດຜູ້ຄ້າຢາບ້າຈຳຄຸກ 6 ປີ

ສານນະຄອນຫລວງວຽງຈັນ ຕັດສິນລົງໂທດຜູ້ຄ້າຢາບ້າຈຳຄຸກ 6 ປີ

Published on

 

ເມື່ອບໍ່ດົນນີ້ ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ຄຳແພງ ອາຍຸ 22 ປີຢູ່ບ້ານນາເລົ່າ ເມືອງ

ສີໂຄດຕະບອງ ນະຄອນຫລວງວຽງຈັນ ໃຫ້ຈຳຄຸກ 6 ປີື ພ້ອມປັບໃໝເງິນ 28 ລ້ານກີບ ແລະ ທ້າວ ຕິກ ອາຍຸ 22 ປີຢູ່

ບ້ານດຽວກັນໃຫ້ຈຳຄຸກເປັນເວລາ 5 ປີ ແລະ ປັບໃໝເງິນ 10 ລ້ານກີບ. ໂດຍທ້າວ ຄຳແພງ ຖືກເຈົ້າໜ້າທີ່ຈັບຕົວໄດ້

ຢູ່ໃນ ເຮືອນຜູ້ກ່ຽວພ້ອມຂອງກາງຢ້າບ້າເກືອບ 200 ເມັດ ເມື່ອທ້າຍເດືອນທັນວາ 2013 ແລະ ສ່ວນທ້າວ ຕິກ ຖືກເຈົ້າ

ໜ້າທີ່ຈັບຕົວໄດ້ພ້ອມຂອງກາງຢາບ້າ 10 ເມັດ.

 

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທັງສອງ ແມ່ນຂະບວນການຄ້າຂາຍຢາເສບຕິດອັນຕະລາຍຢູ່ນະຄອນຫລວງວຽງຈັນ, ເຊິ່ງເປັນເປົ້າ

ໝາຍຕິດຕາມຂອງເຈົ້າໜ້າທີ່ມາດົນແລ້ວ, ໂດຍສະເພາະທ້າວ ຄຳແພງ ແມ່ນເຄີຍເຂົ້າບຳບັດຢູ່ສູນສົມສະຫງ່າມາແລ້ວ

ໜຶ່ງຄັ້ງ ຍ້ອນຕິດຢາເສບຕິດ ແລະ ເມື່ອອອກມາກໍບໍ່ມີຄວາມເຂັດຫລາບ ຍັງມີການພົວພັນມົ້ວສຸມຄ້າຂາຍຢາເສບຕິດ

ຄືເກົ່າ, ອັນເປັນກະທຳທີ່ຜິດກົດໝາຍ ແລະ ເປັນໜໍ່ແໜງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...