spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງຕັດສີນລົງໂທດຜູ້ຍັກຍອກເງິນຈຳຄຸກ 2 ປີ

ສານນະຄອນຫລວງຕັດສີນລົງໂທດຜູ້ຍັກຍອກເງິນຈຳຄຸກ 2 ປີ

Published on

jone

ເມື່ອທ້າຍອາທິດຜ່ານມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສິນ ລົງໂທດທ້າວ ເກດແກ້ວ ອາຍຸ32 ປີຢູ່ບ້ານດອນໜູນ ເມືອງໄຊທານີ ນະຄອນ ຫລວງວຽງຈັນໃຫ້ຈຳຄຸກເປັນເວລາ 2 ປີ ພ້ອມປັບໃໝເງິນ 5 ແສນກີບ. ໃນຂໍ້ຫາຍັກຍອກເງິນຂອງບໍລິສັດເອກກະຊົນແຫ່ງໜຶ່ງຈຳນວນ 144 ລ້ານກວ່າ ກີບ, ເຊິ່ງຄະດີມີຢູ່ວ່າ: ທ້າວ ເກດແກ້ວ ໄດ້ເລີ່ມເຂົ້າມາເຮັດວຽກຢູ່ບໍລິສັດດັ່ງ ກ່າວແຕ່ ກາງປີ 2013 ເປັນພະນັກງານຝ່າຍຂາຍເຄື່ອງໃຊ້ພາຍໃນຄົວເຮືອນ ແລະ ເຄື່ອງສຳ ອາງ, ຫລັງຈາກນັ້ນບໍລິສັດໄດ້ສົ່ງຜູ້ກ່ຽວຂຶ້ນໄປປະຈຳຢູ່ສາຂາແຂວງ ຫລວງພະບາງ ພໍເຮັດວຽກໄດ້ປະມານ 3 ເດືອນກໍເລີ່ມມີພຶດຕິກຳເອົາເງິນທີ່ໄດ້ຈາກການຂາຍສິນຄ້າຂອງບໍລິສັດໄປໃຊ້ຈ່າຍ ສ່ວນຕົວປະມານ 20 ລ້ານກີບ, ບໍລິ ສັດໃຫຍ່ ຢູ່ນະຄອນຫລວງວຽງຈັນຈຶ່ງໄດ້ໃຫ້ຜູ້ກ່ຽວໃຊ້ແທນຄືນດ້ວຍການຫັກ ເງິນເດືອນໆລະ 5 ແສນກີບ, ພາຍຫລັງສືບຕໍ່ເຮັດວຽກໄດ້ປະມານ 4 ເດືອນ ຜູ້ກ່ຽວກໍເລີ່ມມີການສວຍໂອກາດເອົາເງິນ ບໍລິສັດຫລາຍຄັ້ງລວມເປັນເງິນຈຳ ນວນ 144 ລ້ານກວ່າກີບ ແລ້ວຫລົບໜີໄປພັກເຊົາຢູ່ບ້ານສີບຸນເຮືອງ ເມືອງນ້ຳບາກ ແຂວງຫລວງພະບາງ ແລະ ຕົກມາຮອດວັນທີ 15 ກໍລະກົດ 2014 ຈຶ່ງຖືກເຈົ້າໜ້າທີ່ ປກສ ແຂວງຫລວງພະບາງຈັບຕົວມາ ດຳເນີນຄະດີຕາມລະບຽບກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...