spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານນະຄອນຫລວງຕັດສິນລົງໂທດຄາດຕະກອນຂ້າປຸ້ນຊັບຈຳຄຸກ 19 ປີ

ສານນະຄອນຫລວງຕັດສິນລົງໂທດຄາດຕະກອນຂ້າປຸ້ນຊັບຈຳຄຸກ 19 ປີ

Published on

 

ໃນວັນທີ 30 ກັນຍາຜ່ານມານີ້ ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດ ນາງ ມິດ ອາຍຸ 26 ປີ

ຢູ່ບ້ານຫັດສະດີ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະ ນາງ ຄຳສອນ ອາຍຸ 26 ປີຢູ່ບ້ານເກິນໃຕ້ ເມືອງ

ທຸລະຄົມ ແຂວງວຽງຈັນ ຈຳຄຸກເປັນເວລາ 19 ປີ, ພ້ອມປັບໃໝເງິນຜູ້ລະ 6,8 ລ້ານ ກີບ, ໃນຂໍ້ຫາເມື່ອວັນທີ 24

ກຸມພາ 2014 ທັງສອງໄດ້ຮ່ວມກັນວາງແຜນຕົວະນາງ ສີສະຫງ່ຽມອາຍຸ 50 ກວ່າປີ ຢູ່ແຂວງບໍລິຄຳໄຊເຊິ່ງເປັນ

ຄົນຮູ້ຈັກກັນ ໃຫ້ຂຶ້ນມາຫລິ້ນໄພ້ຢູ່ນະຄອນຫລວງວຽງຈັນ, ໂດຍໄດ້ນັດພົບກັນຢູ່ໂຮງແຮມແຫ່ງໜຶ່ງຢູ່ເຂດບ້ານ

ດ່ານຊ້າງ, ເມືອງໄຊທານີ, ພໍມາຮອດທັງສອງກໍໄດ້ເອົານ້ຳໝາກໄມ້ທີ່ປະສົມກັບຢານອນຫລັບເປັນຈຳນວນຫລາຍ

ໃຫ້ ນາງສີສະຫງ່ຽມ ດື່ມຈົນໝົດສະຕິ ແລ້ວພາກັນປົດເອົາຄຳຮູບປະພັນເຊັ່ນ: ສາຍແຂນ, ສາຍຄໍ, ແຫວນ, ຕາງ

ຫູນ້ຳໜັກລວມເກືອບ 10 ບາດ, ເງິນ 5 ແສນກີບ ແລະ 5 ພັນບາດ (ສະກຸນເງິນໄທ) ແລະ ໃນວັນທີ 25 ກຸມພາ

2014 ທັງສອງຈຶ່ງໄດ້ອູ້ມເອົານາງສີສະຫງ່ຽມທີ່ຍັງມີອາການເມີລອຍ ຂຶ້ນໃສ່ລົດຈັກແລ້ວພາກັນເອົາໄປຖີ້ມລົງ

ຄອງຊົນລະປະທານເຂດບ້ານດ່ານຊ້າງ, ຫລັງຈາກນັ້ນກໍພາກັນຫລົບໜີ ແລະ ຕົກມາຮອດວັນທີ 26 ກຸມພາ

2014 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມກົດໝາຍ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...