ສານຕັດສິນ 2 ຜົວເມຍຄ້າຢາບ້າ ຈຳຄຸກ 6 ປີ ປັບ 28 ລ້ານກີບ

 

ເມື່ອອາທິດຜ່ານມານີ້ ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ສັນຕິສຸກ ອາຍຸ 26 ປີ

ຢູ່ບ້ານຂຸນຕາທ່າ ແລະ ນາງ ຕູ່ ອາຍຸ 23 ປີ ຢູ່ບ້ານສີໄຄທ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ທັງ

ສອງແມ່ນຄຸ່ຜົວເມຍກັນ ໃຫ້ຈຳຄຸກຜູ້ລະ 6 ປີ, ພ້ອມປັບໃໝເງິນ 28 ລ້ານກີບ, ໂດຍທັງສອງຖືກເຈົ້າໜ້າທີ່

ຈັບຕົວເມື່ອຕົ້ນປີ 2014 ໃນຂໍ້ຫາຄ້າຂາຍຢາເສບຕິດ, ພ້ອມຂອງກາງຢາບ້າ 234 ເມັດ, ທີ່ຊຸກເຊື່ອງໄວ້ໃນກະ

ເປົາ ເພື່ອເອົາຢາບ້າດັ່ງກ່າວໄປຈຳໜ່າຍໃຫ້ໄວລຸ້ນໃນເຂດເມືອງສີໂຄດຕະບອງ, ໂດຍທັງສອງຮັບສາລະພາບ

ຕໍ່ເຈົ້າໜ້າທີ່ວ່າ: ໄດ້ພາກັນເຄື່ອນໄຫວຄ້າຂາຍຢາເສບຕິດມາແຕ່ຕົ້ນປີ 2013 ເຊິ່ງໄດ້ຊື່ມາຈາກເຄືອຂ່າຍຄ້າ

ຢາເສບຕິດໃນເຂດເມືອງສີໂຄດຕະບອງ ເພື່ອເອົາມາຂາຍໃຫ້ລູກຄ້າເຊິ່ງແມ່ນໄວລຸ້ນຢູ່ຕາມຮ້ານອາຫານ,

ຮ້ານບັນເທິງ ແລະ ໂຮງແຮມໃນເຂດເມືອງສີໂຄດຕະບອງ, ກ່ອນຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຕາມ

ລະບຽບກົດໝາຍ.

 

ແຫຼ່ງຂ່າວ: ລາວພັດທະນາ