Homeຂ່າວຕ່າງປະເທດເຮລິຄອບເຕີ້ UN ຖືກຍິງຕົກ ໃນຊູດານໃຕ້ ຫລັງບໍ່ສົນໃຈຄຳເຕືອນຂອງກຸ່ມຕິດອາວຸດ!

ເຮລິຄອບເຕີ້ UN ຖືກຍິງຕົກ ໃນຊູດານໃຕ້ ຫລັງບໍ່ສົນໃຈຄຳເຕືອນຂອງກຸ່ມຕິດອາວຸດ!

Published on

 

ເຮລິຄອບເຕີ້ລຳລຽງຂອງສະຫະປະຊາຊາດ ຖືກກຸ່ມຕິດອາວຸດຍິງຕົກໃນຊູດານໃຕ້ ມີຜູ້ເສຍຊີວິດ 3 ລາຍ

 

ເມື່ອວັນທີ 26 ສິງຫາ 2014 ຜ່ານມານີ້ ສຳນັກຂ່າວຕ່າງປະເທດ ໄດ້ລາຍງານວ່າ ເກີດເຫດເຮລິຄອບເຕີ້ລຳລຽງຂອງ

ສະຫະປະຊາຊາດ ຖືກກຸ່ມຕິດອາວຸດຍິງຕົກ ເນື່ອງຈາກມີການຝ່າຝືນຄຳເຕືອນຂອງກຸ່ມຕິດອາວຸດ ທີ່ຫ້າມບິນຜ່ານ

ເຂດນ່ານຟ້າດັ່ງກ່າວ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ລອດຊີວິດມາໄດ້ 1 ຄົນ.

 

ເຫດການດັ່ງກ່າວ ເກີດຂຶ້ນເມື່ອວັນທີ 26 ສິງຫາ 2014 ທີຜ່ານມາ ໂດຍເຮລິຄອບເຕີ້ລຳລຽງລຸ້ນ Mi-8 ຂອງອົງການ

ສະຫະປະຊາຊາດ ຖືກກຸ່ມຕິດອາວຸດຍິງຕົກໃນປະເທດຊູດານໃຕ້ ໃນຂະນະທີ່ບິນເໜືອນ່ານຟ້າຂອງຊູດານໃຕ້ ໃກ້ໆ

ກັບເມືອງເບນທິວ ເຊິ່ງເປັນພື້ນທີ່ຂັດແຍ່ງລະຫວ່າງ ຜູ້ສະໜັບສະໜູນລັດຖະບານຊູດານໃຕ້ ແລະ ກຸ່ມຕິດອາວຸດ

ຈາກເຫດການດັ່ງກ່າວນີ້ ອົງການສະຫະປະຊາຊາດເຜີຍວ່າ ມີເຈົ້າໜ້າທີ່ເທິງເຮລິຄອບເຕີ້ ເສຍຊີວິດ 3 ຄົນ ແລະ

ລອດຊີວິດກັບມາໄດ້ 1 ຄົນ ໂດຍທັງໝົດເປັນຊາວຣັດເຊຍ.

 

ລາຍງານຂ່າວຍັງໄດ້ລະບຸອີກວ່າ ໜຶ່ງອາທິດກ່ອນໜ້ານີ້ ທ້າວ ປີເຕີ້ ກາເດດ ຫົວໜ້າຂອງກຸ່ມຕິດອາວຸດໃນຊູດານ

ໃຕ້ ໄດ້ສົ່ງຄຳເຕືອນເຖິງອົງການສະຫະປະຊາຊາດແລ້ວວ່າ ຫ້າມບິນຜ່ານນ່ານຟ້າດັ່ງກ່າວ ແຕ່ອົງການສະຫະປະຊາ

ຊາດໄດ້ຝ່າຝືນຄຳເຕືອນ ກຸ່ມຕິດອາວຸດດັ່ງກ່າວຈຶ່ງເປີດສາກຍິງເຮລິຄອບເຕີ້ຕົກ ດ້ວຍຂີປະນາວຸດພາກພື້ນດິນ,

ເຖິງຢ່ງາໃດກໍຕາມ  ສະຫະປະຊາຊາດກຳລັງສືບສວນເຫດການດັ່ງກ່າວນີ້ຢ່າງລະອຽດ.

 

ສຳລັບປະເທດຊູດານໃຕ້ ແມ່ນໄດ້ກາຍເປັນພື້ນທີ່ຂັດແຍ່ງກັນຮຸນແຮງ ນັບຕັ້ງແຕ່ເດືອນທັນວາ ປີ 2013 ທີ່ຜ່ານ

ມາແລ້ວ ໂດຍມີການໂຈມຕີກັນເປັນແຕ່ລະໄລຍະ ລະຫວ່າງກຸ່ມຕິດອາວຸດທີ່ສະໜັບສະໜູນ ອາດີດຮອງປະທານາ

ທິບໍດີ ຣິກ ມາຊາ ກັບກອງທະຫານຂອງຝ່າຍລັດຖະບານຂອງປະທານາທິບໍດີ ຊັນວາ ຄີ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...