spot_img
Homeຂ່າວພາຍ​ໃນສາທິດການສະແດງຢຸໂດ ຄາຣາເຕໂດ ໄອກີໂດ

ສາທິດການສະແດງຢຸໂດ ຄາຣາເຕໂດ ໄອກີໂດ

Published on

ເພື່ອເປັນການເຝິກແອບ ສິລະປະການຕໍ່ສູ້ຢ່າງຖືກຕ້ອງໃຫ້ແກ່ຊາວໜຸ່ມລາວ
ເພື່ອພັດທະນາທັກສະໃຫ້ກາຍເປັນໂຕແທນນັກກິລາລາວ ກ້າວສູ່ການແຂ່ງຂັນ
ໃນລະດັບພາກພື້ນ ແລະ ສາກົນ ທັງເປັນການປຸກລະດົມຊາວໜຸ່ມ ໃຫ້ຫັນມາ
ສ້າງກິດຈະກຳ ແລະ ຫລິ້ນກິລາເພື່ອສຸຂະພາບ ຫ່າງໄກຈາກສິ່ງເສບຕິດ.
ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວ ຮ່ວມກັບ ກະຊວງສຶກສາທິການ
ແລະ ກິລາ ໄດ້ຈັດງານສາທິດການສະແດງສິລະປະການຕໍ່ສູ້ ແບບຍີ່ປຸ່ນ ຂຶ້ນ
ໃນຕອນເຊົ້າວັນທີ 21 ກຸມພານີ້ ທີ່ສູນກິລາບູໂດ ລາວ-ຍີ່ປຸ່ນ ນະຄອນຫລວງ
ວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານບົວບານ ສິລິປັນຍາ ລັດຖະມົນຕີ
ຊ່ວຍວ່າການກະຊວງ ສຶກສາທິການ ແລະ ກິລາ ທ່ານນາງ ຈຸນໂກະ ໂຢໂກຕະ
ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ.ລາວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ
ທ່ານ ພົງສະຫວັດ ບຸບຜາ ລັດຖະມົນຕີປະຈຳສຳນັກງານປະທານປະເທດແຫ່ງ
ສປປ.ລາວ ມີບັນດາຄູອາຈານ ລາວ ແລະ ຍີ່ປຸ່ນ ພ້ອມທັງຊາວໜຸ່ມ ໄວໜຸ່ມ
ນັກຮຽນ ນັກສຶກສາອອ້ມຂ້າງເຂົ້າຮ່ວມ.

ການສາທິດການສະແດງສິລະປະການຕໍ່ສູ້ໃນຄັ້ງນີ້ປະກອບມີ ເຕັກນິກພື້ນຖານ
ຂອງກິລາ ຢູໂດ ຄາຣາເຕໂດ ແລະ ໄອກິໂດ ການຮັບ ແລະ ການຕີ
ແລ້ວໃຊ້ຕອບໂຕ້ຄືນ ເຕັກນິກການເຕະ ການຟ້ອນກາຕະທີມເພດຊາຍ-ເພດຍິງ
ການສະແດງວິທີປ້ອງກັນໂຕ ຮວມທັງເຕັກນິກການຕໍ່ສູ້ໃນການແຂ່ງຂັນ.
ທ່ານນາງ ຈຸນໂກະ ໂຢໂກຕະ ກ່າວວ່າ: ສິລະປະການປ້ອງກັນໂຕຂອງຍີ່ປຸ່ນ
ບໍ່ແມ່ນກິລາທີ່ໃຊ້ແຕ່ພຽງຮ່າງກາຍເທົ່ານັ້ນ ແຕ່ຍັງເນັ້ນໜັກເຖິງຄວາມສໍາຄັນ
ຂອງການເຝິກຝົນ ແລະ ການຄວບຄຸມຕົນເອງ ທີ່ ບູໂດໄດ້ເລີ່ມດ້ວຍການ
ໂຄ້ງຄໍານັບ ແລະ ຈົບລົງດ້ວຍການໂຄ້ງຄໍານັບເຊັ່ນດຽວກັນ ຊຶ່ງເປັນການ
ສະແດງອອກເຖິງການໃຊ້ຊີວິດແບບສະຫງົບສຸກ ແລະ ໃຫ້ການເຄົາລົບ
ຕໍ່ຜູ້ອື່ນ.

ຂ່າວ/ພາບ: ສ.ບົວພາ

ທີ່ມາhttp://vtetoday.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...