spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາທາເພີ່ມທະວີເຝົ້າລະວັງພະຍາດອີໂບລາຢູ່ດ່ານເຂົ້າ-ອອກເມືອງ

ສາທາເພີ່ມທະວີເຝົ້າລະວັງພະຍາດອີໂບລາຢູ່ດ່ານເຂົ້າ-ອອກເມືອງ

Published on

 

ວັນທີ 27 ສິງຫາຜ່ານມານີ້ ທ່ານ ດຣ. ຈັນທະໄລ ໄຊຍະວົງ ຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະສຸກ

ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວພວກເຮົາວ່າ: ພາຍຫຼັງທີ່ມີການລະບາດຂອງພະຍາດອີໂບລາຢ່າງ

ແຜ່ຫຼາຍຢູ່ທະວີບອາຟຣິກາໃນ 1 ເດືອນຜ່ານມາ, ອົງການອະນາໄມໂລກໄດ້ແຈ້ງເຕືອນໃຫ້ບັນດາປະເທດຕ່າງໆ

ທົ່ວໂລກ ເຝົ້າລະວັງການລະບາດພະຍາດດັ່ງກ່າວ ເພື່ອບໍ່ໃຫ້ມີການລະບາດມາສູ່ປະເທດຂອງຕົນ, ເຊັ່ນດຽວກັນກັບ

ປະເທດລາວພວກເຮົາກໍໄດ້ຮ່ວມກັບອົງການອະນາໄມໂລກ ເຝົ້າລະວັງພະຍາດດັ່ງກ່າວ ເຊຶ່ງໃນຕົ້ນເດືອນສິງຫານີ້

ທາງກະຊວງສາທາລະນະສຸກ ກໍໄດ້ອອກແຈ້ງການເຕືອນໃຫ້ທຸກພະແນກ, ຂະແໜງການໃນຂອບເຂດທົ່ວປະເທດ

ເຝົ້າລະວັງພະຍາດອີໂບລາ, ໂດຍສະເພາະແມ່ນຢູ່ນະຄອນຫຼວງວຽງຈັນ ກະຊວງສາທາລະນະສຸກ ໄດ້ແຕ່ງຕັ້ງໜ່ວຍ

ງານເຝົ້າລະວັງ, ຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ເອົາໃຈໃສ ເຝົ້າລະວັງພະ

ຍາດດັ່ງກ່າວ ຢູ່ດ່ານຂົວມິດຕະພາບລາວ-ໄທ ແລະ ສະໝາມບິນສາກົນວັດໄຕ, ໂດຍເລັ່ງໃສ່ກວດກາປະຫວັດ ຜູ້ທີ່

ເດີນທາງມາຈາກປະເທດທີ່ມີການລະບາດຂອງພະຍາດດັ່ງກ່າວຄື: ປະເທດກີເນຍ (Guinea), ເຊຣາລີໂອນ   (Sierra

Leone), ລີເບີເຣຍ(Liberia) ແລະ ໄນຈີເຣຍ (Nigeria) ເຫຼົ່ານີ້ເປັນຕົ້ນ ເພື່ອເປັນການປ້ອງກັນແຕ່ຫົວທີ ແລະ

ຕອບໂຕ້ທັນເວລາ ຖ້າຫາກພົບກໍລະນີຜູ້ຕິດເຊື້ອ, ເຖິງຢ່າງໃດກໍດີ ຜ່ານຈາກກວດກາເຝົ້າລະວັງຢູ່ສະຖານທີ່ດັ່ງ

ກ່າວແຕ່ກາງເດືອນສິງຫາມາຮອດປັດຈຸບັນ ແມ່ນຍັງບໍ່ພົບກໍລະນີຜູ້ຕິດເຊື້ອ ແລະ ກໍລະນີຜູ້ສົງໃສ, ແຕ່ສາທາກໍ

ຈະສືບຕໍ່ເພີ່ມທະວີເຝົ້າລະວັງຈົນກວ່າພະຍາດຈະເຊົາ.

 

ທ່ານຫົວໜ້າຂະແໜງລະບາດວິທະຍາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນໃຫ້ຮູ້ອີກວ່າ: ມາຮອດປັດ

ຈຸບັນ ຢູ່ທະວີບອາຟຣິກາມີຜູ້ຕິດເຊື້ອພະຍາດອີໂບລາແລ້ວ 2400 ກວ່າ ຄົນ ແລະ ເສຍຊີວິດ ແລ້ວ 1500 ກວ່າຄົນ.

 

ແຫຼ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...