spot_img
Homeຂ່າວທ້ອງຖິ່ນສາທາລະນະສຸກແຂວງຄຳມ່ວນ ສ້າງນັກສຶກສາວິຊາຊີບ ສາຂາແພດບ້ານ ສຳເລັດ 25 ຄົນ

ສາທາລະນະສຸກແຂວງຄຳມ່ວນ ສ້າງນັກສຶກສາວິຊາຊີບ ສາຂາແພດບ້ານ ສຳເລັດ 25 ຄົນ

Published on

ຂປລ. ນັກ​ສຶກສາ​ໂຮງຮຽນສາທາລະນະ​ສຸກ ​ແຂວງ​ຄຳ​ມ່ວນ ຈຳນວນ 25 ຄົນ, ຍິງ 16 ຄົນ ​ສຳ​ລັດການຈັດ​ຕັ້ງ​ປະຕິບັດ ການ​ຮຽນ-ການ​ສອນ ຫລັກສູດ​ປະກາສະ​ນີຍະ​ບັດ​ວິຊາ​ຊີບ​ຂັ້ນ 1 ສາຂາ​ແພດ​ບ້ານ ​ໂດຍ​ໄດ້​ຈັດ​ພິທີ​ມອບ​-ຮັບ​ໃບ​ປະກາສະນີຍະບັດ ​ໃນ​ວັນ​ທີ 1 ສິງຫາ 2017 ​ເຊິ່ງມອບ​ໂດຍ ​ທ່ານ ພາ​ສຸກ ຄຳ​ມະນີ​ທອງ ຮອງ​ຫົວໜ້າພະ​ແນ​ກສາທາລະນະ​ສຸກ ​ແຂວງ​ຄຳ​ມ່ວນ.

ການຈັດ​ຕັ້ງປະຕິບັດ ການຮຽນການສອນ ຫລັກສູດປະກາສະນິຍະບັດ​ ວິຊາຊີບຂັ້ນ 1 ສາຂາແພດບ້ານ ​ແມ່ນ​ໃຊ້​ເວລາໃນການຮຽນການສອນ 6 ​ເດືອນ, ​ແບ່ງອອກ​​ເປັນສອງພາກຮຽນປະກອບມີ 16 ໜ່ວຍກິດ ໃນນັ້ນມີພາກປະຕິບັດ 8 ໜ່ວຍກິດ ​ເທົ່າກັບ 384 ຊົ່ວໂມງ ​ແລະ ພາກທິດສະດີ 8 ໜ່ວຍກິດ ​ເທົ່າກັບ 160 ຊົ່ວໂມງຜ່ານການຈັດຕັ້ງປະຕິບັດ​ ການຮຽນການສອນ ສຳເລັດທັງພາກທິດສະດີ ​ແລະ ​ໄດ້ລົງພາກປະຕິບັດຕົວຈິງຢູ່ໂຮງໝໍ  ​ແລະ ​ໄດ້​ມີ​ການ​ສອບເສັງເອົາປະກາສະນີຍະບັດຜ່ານການສອບເສັງເຫັນວ່າ​ ນັກສຶກສາຈໍານວນດັ່ງກ່າວ​ ແມ່ນເສັງຜ່ານໝົດທຸກວິຊາ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...