spot_img
Homeຂ່າວຕ່າງປະເທດສາຍການບິນ ທຣານເອເຊຍ ແອຣເວຍ ປະກາດປິດກິດຈະການ

ສາຍການບິນ ທຣານເອເຊຍ ແອຣເວຍ ປະກາດປິດກິດຈະການ

Published on

ອີງຕາມການລາຍງານຂອງສໍານັກຂ່າວຕ່າງປະເທດ ວັນທີ 23 ພະຈິກວ່າ: ສາຍການບິນທຣານເອເຊຍ ຂອງໄຕ້ຫວັັນປິດກິດຈະການລົງແລ້ວ ຫຼັງປະສົບພາວະຂາດທຶນມະຫາສານ ກວ່າ 2 ພັນ 4 ຮ້ອຍລ້ານບາກ ໃນຊ່ວງ 9 ເດືອນ.
ທ່ານ ວິນເຊນ ຫລິນ ປະທານສາຍການບິນທຣານເອເຊຍ ແອຣເວຍ ຂອງໄຕ້ຫວັນ ປະກາດຍົກເລີກກກິດຈະການເມື່ອວານນີ້ ໂດຍລະບຸວ່າ ບໍລິສັດປະສົບພາວະຂາດທຶນໄປເຖິງ 2 ພັນ 2 ຮ້ອຍລ້ານດອນລາໄຕ້ຫວັນ ຫຼືກວ່າ 2 ພັນ 4 ຮ້ອຍລ້ານບາກ ໃນຊ່ວງ 9 ເດືອນທໍາອິດຂອງຕົ້ນປີນີ້ ແລະບໍ່ສາມາດລະດົມທຶນເພື່ອກັບມາຂັບເຄື່ອນກິດຈະການໃຫ້ເດີນໜ້າຕໍ່ໄປໄດ້.
ການປະກາດປິດກິດຈະການຂອງສາຍການບິນທຣານເອເຊຍ ແອຣເວຍ ສົ່ງຜົນກະທົບຕໍ່ຜູ້ໂດຍສານຫຼາຍໝື່ນຄົນທັ້ງໃນໄຕ້ຫວັນ ແລະໃນຕ່າງປະເທດ ເນື່ອງຈາກສາຍການບິນນີ້ໃຫ້ບໍລິການທ່ຽວບິນໃນຫຼາຍເມືອງຂອງປະເທດຈີນ, ຍີ່ປຸ່ນ ແລະເອເຊຍຕະເວັນອອກຊຽງໃຕ້.
ດ້ານສໍານັກງານການບິນພົນລະເຮືອນຂອງໄຕ້ຫວັນສັ່ງປັບສາຍການການບິນທຣານເອເຊຍ ແອຮເວຍ ເປັນເງິນຈໍານວນ 3 ລ້ານດອນລາໄຕ້ຫວັນ ຈາກກໍລະນີລະງັບການໃຫ້ບໍລິການວານນີ້ ( 22 ພະຈິກ ) ດ້ວຍ ນອກຈາກປະສົບພາວະຂາດທຶນແລ້ວ ທຣານເອເຊຍ ແອຮເວຍ ຍັງເສຍຄວາມເຊື່ອໝັ້ນຈາກຜູ້ໂດຍສານຫຼັງເກີດອຸປະຕິເຫດ 2 ຄັ້ງໃຫຍ່ໃນໄຕ້ຫວັນ ເມື່ອປີ 2014 ແລະ 2015 ທີ່ີມີຜູ້ເສຍຊີວິດລວມ 92 ຄົນ
ສາຍການບິນທຣານເອເຊຍໃຫ້ບໍລິການມາກວ່າ 65 ປີ ໂດຍກໍຕັ້ງເມື່ອປີ 1951 ແລະເປັນສາຍການບິນເອກະຊົນແຫ່ງທໍາອິດຂອງໄຕ້ຫວັນ.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...