spot_img
Homeຂ່າວການສຶກສາສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທີ 1

ສັບປະດາຮູບເງົາ ສູ່ສະຖານການສຶກສາ ຄັ້ງທີ 1

Published on

ກົມຮູບເງົາ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ກຸ່ມວິຊາຊີບຮູບເງົາ ແລະ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດງານສັບປະດາຮູບເງົາສູ່ສະຖານການສຶກສາຄັ້ງທີ່ 1 ຂຶ້ນຢ່າງເປັນທາງການໃນໄລຍະກາງເດືອນ ຕຸລາ 2016

ເພື່ອເປັນການກະຕຸກຊຸກຍູ້ ສົ່ງເສີມ ແລະ ພັດທະນາວຽກງານຮູບເງົາລາວ ທັງທາງດ້ານປະລິມານ ແລະ ຄຸນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ເທື່ອລະກ້າວ ພ້ອມສ້າງໃຫ້ຮູບເງົາກາຍເປັນຂະແໜງວິຊາຊີບໜຶ່ງທີ່ສ້າງແຮງບັນດານໃຈໃຫ້ແກ່ນັກສຶກສາຫັນມາສົນໃຈ ແລະ ສຶກສາຮໍ່າຮຽນວິຊາຮູບເງົາເພີ່ມຂຶ້ນ ເພືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາຂອງລາວເຮົາຢ່າງບໍ່ຢຸດຢັ້ງ.

ງານດັ່ງກ່າວ ແມ່ນຈະໄດ້ຈັດຂຶ້ນເປັນເວລາ 3 ມື້ເລີ່ມແຕ່ວັນທີ່ 20-22 ເດືອນ ຕຸລາ 2016 ຢູ່ທີ່ ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ພາຍໃນງານຈະມີຫຼາກຫຼາຍກິດຈະກໍາເຊັ່ນ: ການເສວະນາ (ຮູບເງົາ: ວິຊາຊີບທີ່ຄວນຄ່າແກ່ການສົ່ງເສີມ), ກອງປະຊຸມວິຊາການ (ການຂະຫຍາຍຮູບເງົາສະຖານການສຶກສາ), ການສຳມະນາ (ແນວຄິດໃນການຜະລິດຮູບເງົາ) ແລະ ການຊົມຮູບເງົາເລື່ອງສັ້ນ-ຮູບເງົາເລື່ອງຍາວຈໍານວນ 10 ເລື່ອງ ພິເສດ ທຸກທ່ານສາມາດເຂົ້າຮ່ວມກິດຈະກໍາຂອງງານດັ່ງກ່າວນີ້ໄດ້ໂດຍບໍ່ເສຍຄ່າຜ່ານປະຕູໃດໆ.

ຂ່າວຈາກ: https://targetlaos.com/
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...