spot_img
Homeຂ່າວພາຍ​ໃນສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າຂອງລາວ ສ້າງຜົນງານ ໃນໂອລິມປິກ 2016

ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າຂອງລາວ ສ້າງຜົນງານ ໃນໂອລິມປິກ 2016

Published on

ສັນຕິສຸກ ອິນທະວົງ (Santisouk INTHAVONG) ນັກກິລາລອຍນໍ້າຂອງລາວ ທີ່ເຂົ້າຮ່ວມໃນໂອລິມປິກ 2016 ນີ້, ໃນວັນທີ 11  ສິງຫາ ຜ່ານມາ,  ສັນຕິສຸກ ໄດ້ລົງແຂ່ງໃນລາຍການ ລອຍນໍ້າຊາຍ 50 ແມັດ ຟຣິສະໄຕລ (Men’s 50m freestyle) ໃນຮອບຄັດເລືອກ ເຊິ່ງຈັດຢູ່ໃນ Heat ທີ 3 ລົງລອຍໃນ ລູ່ທີ 8 (Lane 8). ຜົນການແຂ່ງຂັນ ໃນ Heat ທີ 3 ນີ້ ອັນດັບທີ 1 ເປັນຂອງ ໄດອ່ອນນິຊິໂອ ອົກກັດສະຕິນລີ (Dionisio Augustine Ii) ຈາກ ໄມຄຣອນເນເຊຍ (Micronesia) ເຮັດເວລາໄດ້ 26.17 ວິນາທີ, ອັນດັບທີ 2 ເປັນຂອງ ສັນຕິສຸກ ອິນທະວົງ ເຮັດເວລາໄດ້ 26.54 ວິນາທີ, ແລະ ອັນດັບທີ 3 ເປັນຂອງ ໄອບຣາຮິມ ນິສແວນ (Ibrahim Nishwan) ຈາກ ມາວດິບ (Maldives) ເຮັດເວລາໄດ້ 26.72 ວິນາທີ.

lao

ສຳລັບ ສັນຕິສຸກ ສະຖິຕິເຮັດໄດ້ ກ່ອນໜ້ານັ້ນແມ່ນ 27.42 ວິນາທີ, ແຕ່ໂອລິບປິກຄັ້ງນີ້ ລາວໄດ້ເວລາໄດ້ດີກວ່າຄັ້ງຜ່ານມາ ແລະ ການເຮັດເວລາໃນໂອລິມປິກ ຮອບຄັດເລືອກນີ້ ຕາມຫຼັງຄູ່ຮ່ວມແຂ່ງຂັນ ທີ່ຜ່ານເຂົ້າຮອບຮອງຊະນະເລີດຢູ່ 5.05 ວິນາທີ ເຮັດໃຫ້ລາວບໍ່ສາມາດ ຜ່ານເຂົ້າສູ່ຮອບຮອງຊະນະເລີດຕໍ່ໄປໄດ້, ຖ້າຈັດອັນດັບໃນຮອບຄັດເລືອກ ສັນຕິສຸກ ເປັນອັນດັບທີ 69 ຂອງຄູ່ຮ່ວມແຂ່ງຂັນທັງໝົດ 85 ຄົນ ກໍ່ຖືວ່າລາວໄດ້ສ້າງຜົນງານໄດ້ດີ ພໍສົມຄວນ ສາມາດທຽບໄດ້ໃນລະດັບສາກົນໄດ້. ເຖິງຈະບໍ່ໄດ້ເຂົ້າຮອບກໍ່ຕາມ ແຕ່ ສັນຕິສຸກ ກໍ່ໄດ້ແລກປ່ຽນປະສົບການ ກັບບັນດານັກລອຍນໍ້າໃນລະດັບໂລກ.

518

703 832

 

ຂ່າວຈາກ: http://news.com.la/detail/17397

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...