spot_img
Homeນານາສາລະສັນຍານທີ່ບົ່ງບອກວ່າ "ເຈົ້າສະຫຼາດກວ່າຄົນປົກກະຕິ"

ສັນຍານທີ່ບົ່ງບອກວ່າ “ເຈົ້າສະຫຼາດກວ່າຄົນປົກກະຕິ”

Published on

ຫຼາຍຄົນໃນໂລກນີ້ ໃຊ້ຊີວິດໂດຍບໍ່ຮູ້ຊໍ້າວ່າ ຕົວເອງສະຫຼາດຫຼາຍປານໃດ, ໄອຄິວ ເປັນສິ່ງທີ່ວັດຍາກຫຼາຍ, ຈຶ່ງມີຄົນຈຳນວນຫຼາຍ ທີ່ບໍ່ຮູ້ວ່າໄອຄິວຂອງຕົວເອງເທົ່າໃດ, ມີການວິໄຈໃໝ່ບອກວ່າ ຖ້າເຈົ້າມີກົງກັບຂໍ້ໃດໜຶ່ງ ທັງໝົດ 5 ຂໍ້ລຸ່ມນີ້ ເຈົ້າມີໂອກາດສູງ ທີ່ໄອຄິວສູງກວ່າຄົນປົກກະຕິ ຫຼືສະຫຼາດກວ່າຄົນປົກກະຕິ

  1. ມີຄວາມກັງວົນໃຈ: ຍາກທີ່ຈະເຊື່ອວ່າ ຄວາມກັງວົນໃຈເປັນສິ່ງທີ່ດີ ແຕ່ມີຫຼັກຖານພິສູດວ່າ ຄວາມກັງວົນໃຈ ບໍ່ແມ່ນສິ່ງທີ່ບໍ່ດີ, ມີຈິດຕະແພດຕ່າງປະເທດ ໄດ້ສຶກສາກ່ຽວກັບຄວາມກັງວົນໃຈຂອງມະນຸດ ແລະກໍພົບວ່າ ຄົນທີ່ມີລະດັບຄວາມກັງວົນສູງ ມີລະດັບໄອຄິວສູງ, ມີຄວາມກະຕືລືລົ້ນຫຼາຍທີ່ສຸດ
  2. ເຈົ້າເລີ່ມຮຽນໜັງສືກ່ອນເດັກຄົນອື່ນ: ການສຶກສາຂອງປະເທດອັງກິດໄດ້ທົດລອງຈາກຄູ່ແຝດທັງໝົດ 2000 ຄູ່, ເດັກຄົນທີ່ຮຽນໜັງສືກ່ອນຈະມີໄອຄິວສູງກວ່າຄູ່ແຝດທີ່ເລີ່ມຮຽນນໍາຫຼັງ, ນັກວິໄຈໄດ້ເວົ້າວ່າ: ເຫດຜົນທີ່ເດັກນ້ອຍເລີ່ມອ່ານໜັງສືກ່ອນມີໄອຄິວສູງກວ່າ ເພາະວ່າ ການອ່ານມີສ່ວນໃນການພັດທະນາສະໝອງ ທີ່ສຳຄັນເຮັດໃຫ້ເດັກນ້ອຍເລີ່ມຮຽນອ່ານກ່ອນ ມີຄວາມສະຫຼາດ
  3. ເປັນຄົນຖະໜັດມືເບື້ອງຊ້າຍ: ມີການສຶກສາສະແດງໃຫ້ເຫັນວ່າ ຄົນທີ່ຖະໜັດມືເບື້ອງຊ້າຍ ຈະມີຄວາມກ່ຽວຂ້ອງກັບວິທີການຄິດແບບອະເນກໄນ ໝາຍຄວາມວ່າ ຄົນເຫຼົ່ານີ້ ສາມາດເຊື່ອມໂຍງສອງສິ່ງທີ່ບໍ່ກ່ຽວຂ້ອງກັນ ໃນສິ່ງທີ່ບໍ່ມີຄວາມໝາຍໄດ້ ແລະນີ້ກໍເປັນສັນຍະລັກຂອງຄວາມສະຫຼາດໄດ້
  4. ເຈົ້າເຄີຍຮຽນດົນຕີຕອນເປັນເດັກນ້ອຍ: ມີການວິໄຈຫຼາຍໆອັນ ທີ່ສະແດງໃຫ້ເຫັນວ່າ ດົນຕີມີສ່ວນຊ່ວຍໃນເລື່ອງຂອງການພັດທະນາສະໝອງ ແລະຄວາມສະຫຼາດ, ນອກຈາກນີ້ຍັງຊ່ວຍເລື່ອງການຄວບຄຸມຕົນເອງໄດ້.
  5. ເປັນຄົນຕະຫຼົກ: ມີການວິໄຈສະແດງອອກມາວ່າ ຄວາມເຊື່ອມໂຍງລະຫວ່າງຄົນຕະຫຼົກ ກັບຄົນສະຫຼາດ, ຕະຫຼົກ ຫຼືສິ່ງຕ່າງໆທີ່ຖືກຜະລິດອອກມາ ຈາກຄວາມຄິດອັນຫຼັກແຫຼມຂອງເຈົ້າ ບໍ່ແມ່ນວ່າໃຜໆກໍຄິດເລື່ອງຕະຫຼົກໆໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...