spot_img
Homeນານາສາລະສັງເກດພຶດຕິກຳລູກ! ສ່ຽງເປັນອໍທິສຕິກ ຫຼື ບໍ່

ສັງເກດພຶດຕິກຳລູກ! ສ່ຽງເປັນອໍທິສຕິກ ຫຼື ບໍ່

Published on

ປັດຈຸບັນ ພົບເດັກນ້ອຍທີ່ຢູ່ໃນຊ່ວງອະນຸບານ ສ່ຽງມີພຶດຕິກຳທີ່ຄ້າຍຄືກັບອໍທິສຕິກຫຼາຍຂຶ້ນ ເຊິ່ງສາເຫດຫຼັກແມ່ນຍ້ອນການລ້ຽງລູກ ທີ່ເຮັດໃຫ້ລູກມີພຶດຕິກຳແບບນີ້.

ພຶດຕິກຳຄ້າຍຄື “ອໍທິສຕິກ” ແມ່ນຫຍັງ?

ພຶດຕິກຳຄ້າຍຄືອໍທິສຕິກ ຫຼື ອໍທິສຕິກທຽມ ເປັນພາວະຂາດການກະຕຸ້ນ ໃນການສື່ສານສອງທາງ ສົ່ງຜົນໃຫ້ເກີດຄວາມຜິດປົກກະຕິທາງການສື່ສານກັບຜູ້ອື່ນ ເນື່ອງຈາກພໍ່ແມ່ ຫຼື ຜູ້ລ້ຽງລູກ ຂາດການປະຕິສຳພັນກັບລູກເຊັ່ນ ບໍ່ໂອ້ລົມ ບໍ່ຫຼິ້ນກັບລູກ ເປັນຕົ້ນ, ແຕ່ໃຫ້ລູກຫຼິ້ນແຕ່ອຸປະກອນສື່ສານເຊັ່ນ ໂທລະສັບ ເຊິ່ງເປັນການສື່ສານແບບ  One – Way Communication ຫຼື ການຮັບສານພຽງທາງດຽວ ຈຶ່ງສົ່ງຜົນໃຫ້ເດັກນ້ອຍເກີດຄວາມຜິດປົກກະຕິດ້ານພັດທະນາການທາງສັງຄົມ.

ອໍທິສຕິກ ຫຼື ອໍທິສຕິກທຽມ

ອໍທິສຕິກ ເກີດຈາກຄວາມຜິດປົກກະຕິທາງສະໝອງເດັກນ້ອຍຕັ້ງແຕ່ຢູ່ໃນທ້ອງແມ່ ໃນຂະນະທີ່ອາການອໍທິສຕິກທຽມ ເກີດຈາກການ “ຂາດການກະຕຸ້ນ” ແລະ ເຖິງວ່າທັງສອງຢ່າງຈະມີລັກສະນະທີ່ຄ້າຍຄືກັນ ແຕ່ເດັກນ້ອຍທີ່ເປັນອໍທິສຕິກທຽມ ຫາກໄດ້ຮັບການການຕຸ້ນ ທີ່ເໝາະສົມທາງໄລຍະເວລາສັ້ນໆ ກໍຈະສາມາດກັບມາເປັນເດັກນ້ອຍປົກກະຕິ.

ແຕ່ເດັກນ້ອຍທີ່ເປັນອໍທິສຕິກແທ້ ເຖິງວ່າຈະໄດ້ຮັບການກະຕຸ້ນພັດທະນາການ ແຕ່ກໍຍັງມີພຶດຕິກຳທີ່ແຕກຕ່າງຈາກເດັກນ້ອຍທົ່ວໄປ.

ອາການອໍທິສຕິກ

  1. ອາຍຸ 6 ເດືອນ ມີອາການ ບໍ່ຍິ້ມ ຫຼື ບໍ່ສະແດງອາລົມມ່ວນຊື່ນ
  2. ອາຍຸ 9 ເດືອນ ມີອາການ ບໍ່ເວົ້າ ບໍ່ປາກ ບໍ່ຍິ້ມ ບໍ່ມີສີໜ້າ ບໍ່ຕອບໂຕ້
  3. ອາຍຸ 12 ເດືອນ ມີອາການ ບໍ່ຫັນເວລາມີຄົນເອີ້ນຊື່ ບໍ່ຫຼິ້ນນ້ຳລາຍ
  4. ອາຍຸ 18 ເດືອນ ມີອາການ ບໍ່ມີການຫຼິ້ນສົມມຸດງ່າຍໆ ບໍ່ມີການໃຊ້ພາສາຄຳເວົ້າຮ່ວມກັບທ່າທາງ

ເດັກນ້ອຍທີ່ມີລັກສະນະເຫຼົ່ານີ້ ສ່ຽງເປັນອໍທິສຕິກ ເຊິ່ງຈະໃຫ້ຮູ້ຢ່າງຊັດເຈນ ຄວນປຶກສາແພດໝໍ.

ລ້ຽງລູກໃຫ້ຫ່າງໄກພຶດຕິກຳທີ່ຄ້າຍຄືອໍທິສຕິກ

  1. ເວົ້າ ໂອ້ລົມ ກັບລູກ ຢ່າງໜ້ອຍ 30 ນາທີ ຫາ 1 ຊົ່ວໂມງ ເພື່ອໃຫ້ເກີດການສື່ສານແບບ  Two – Way Communication ໃຫ້ເດັກນ້ອຍຮຽນຮູ້ການປະຕິສຳພັນ ລະຫວ່າງ ຜູ້ຫໃຍ່ ອາຈານ ໝູ່.
  2. ບໍ່ໃຫ້ລູກຫຼິ້ນໂທລະສັບ ໃນຊ່ວງອາຍຸ 1,5 ປີ ທຳອິດ ຖ້າຫຼິ້ນຄວນບໍ່ໃຫ້ເກີນ 1 ຊົ່ວໂມງຕໍ່ມື້ ໂດຍຫຼີກລ່ຽງການໃຫ້ເດັກນ້ອຍຫຼິ້ນແບບບໍ່ມີຜູ້ໃຫຍ່ເບິ່ງ, ເສີມທັກສະດ້ວຍການຫຼິ້ນກັບລູກໃຫ້ຫຼາຍ ເພື່ອພັດທະນາສະໝອງ ແລະ ຮ່າງກາຍ.

ທີ່ມາ bangkokhospital

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...