spot_img
Homeຂ່າວຕ່າງປະເທດສັງຄົມນິຍົມ! ຈີນຈັດງານລ້ຽງປະຊາຊົນ 15 ພັນຄົນ ສະຫລອງອາຄານທີ່ພັກອາໄສຫລັງໃໝ່ ທຸກຢ່າງລັດຈັດໃຫ້!

ສັງຄົມນິຍົມ! ຈີນຈັດງານລ້ຽງປະຊາຊົນ 15 ພັນຄົນ ສະຫລອງອາຄານທີ່ພັກອາໄສຫລັງໃໝ່ ທຸກຢ່າງລັດຈັດໃຫ້!

Published on

ສຳນັກຂ່າວໄຊນາໄດລີ ລາຍງານໃນວັນທີ 3 ຕຸລາຜ່ານມານີ້ວ່າ ທີ່ບ້ານຢາງຈີ່ ເມືອງກວາງໂຈວ ແຂວງກວາງຕຸ້ງ ລັດຖະບານທ້ອງຖິ່ນຂອງຈີນ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບຢ່າງຍິ່ງໃຫຍ່ ໃນວັນອາທິດທີ 2 ຕຸລາ 2016 ຜ່ານມານີ້ ໃຫ້ແກ່ປະຊາຊົນຈຳນວນ 15,000 ຄົນ ຫລື 1,496 ຄົວເຮືອນ ໃນໂອກາດຕ້ອນຮັບການຍົກຍ້າຍເຂົ້າມາດຳລົງຊີວິດ ໃນອາຄານທີ່ພັກອາໄສ ຊຶ່ງລັດຖະບານຈັດສ້າງໃຫ້.

ລາຍງານຂ່າວໄດ້ລະບຸວ່າ ເຈົ້າໜ້າທີ່ຂອງລັດຫລາຍກວ່າ 600 ຄົນ ໄດ້ຕັ້ງໃຈຈັດງານດັ່ງກ່າວນີ້ຂຶ້ນ ພ້ອມທັງໄດ້ຈ້າງພໍ່ຄົວແມ່ຄົວ ຈຳນວນຫລວງຫລາຍ ເພື່ອມາເຮັດອາຫານຈັດລ້ຽງໃນງານດັ່ງກ່າວນີ້ໂດຍສະເພາະ.

ທັງນີ້ ລັດຖະບານຈີນ ພາຍໃຕ້ການນຳພາຂອງພັກກອມມູນິດ ໄດ້ດຳເນີນການປະຕິຮູບລະບົບເສດຖະກິດ ຕາມແນວທາງສ້າງສັງຄົມິນຍົມ ຕາມສີສັນຂອງຈີນ ຢ່າງມີຜົນສຳເລັດໃນຫລາຍດ້ານ, ໃນນັ້ນ ການຮັບປະກັນດ້ານທີ່ຢູ່ອາໄສ ເພື່ອເຮັດໃຫ້ຊາວຈີນມີເຮືອນຢູ່ຖາວອນ ແລະ ຊີວິດການເປັນຢູ່ທີ່ດີຂຶ້ນ, ການຈັດສ້າງອາຄານທີ່ພັກອາໄສໃຫ້ແກ່ປະຊາຊົນ ຈຶ່ງເປັນອີກນະໂຍບາຍໜຶ່ງ ທີ່ເປັນຈຸດເດັ່ນຂອງລະບອບສັງຄົມນິຍົມ ອັນເປັນຄວາມມຸ່ງມາດປາຖະໜາຂອງປະຊາຊົນຊາວຈີນ.

559000010266602 559000010266604 559000010266609559000010266607

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...