spot_img
Homeຂ່າວພາຍ​ໃນສັກແລ້ວ! ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ

ສັກແລ້ວ! ວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທຳອິດທີ່ໂຮງໝໍຈຳປາສັກ

Published on

ອີງຕາມການລາຍງານຜ່ານເພສເຟສບຸກຂອງ ໂຮງໝໍແຂວງຈຳປາສັກ ວ່າ: ໃນຕອນເຊົ້າຂອງວັນທີ 4/3/2021 ໂຮງໝໍຈຳປາສັກໄດ້ເປີດກອງປະຊຸມຊີ້ແຈງການໃຫ້ວັກຊີນກັນພະຍາດ ໂຄວິດ-19 ແລະ ການສັກວັກຊີນກັນພະຍາດໂຄວີດ-19 ເຂັມທຳອິດທີ່ແຂວງຈຳປາສັກ ໃຫ້ກຽດເປັນປະທານໂດຍ: ທ່ານ ຮສ.ດຣ ພູທອນ ເມືອງປາກ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ແຂກເຂົ້າຮ່ວມມີຄະນະກໍາມະການສະເພາະກິດຂັ້ນແຂວງ, ເຈົ້ານະຄອນປາກເຊ , ຫົວຫນ້າດ່ານສາກົນ, ຫົວໜ້າໂຮງໝໍອ້ອມຂ້າງ, ພະນັກງານແພດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ພະນັກງານຜູ້ທຳອິດທີ່ສັກວັກຊີນ ເຂັມທຳອິດ ແມ່ນ ທ່ານ ດຣ ວຽງສີ ສຸພັກດີ ກຳມະການພັກແຂວງ ຫົວຫນ້າພະແນກສາທາແຂວງຈຳປາສັກ ເພື່ອສ້າງຄວາມໝັ້ນໃຈ ແລະ ຂວັນກຳລັງໃຈໃຫ້ແກ່ພະນັກງານທີ່ຈະສັກວັກຊີນ.

ໂດຍແຂວງຈຳປາສັກ ຈະໄດ້ຮັບວັກຊິນທັງໝົດ 16.600 ຄົນ ໃນນີ້ປະກອບມີ: ພະນັກງານແພດໝໍ , ພະນັກງານດ່ານກວດກາຄົນເຂົ້າເມືອງ ແລະ ບຸກຄົນທີ່ມີຄວາມສ່ຽງສູງໃນການສຳພັດກັບພະຍາດໂຄວິດ-19.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...