spot_img
Homeນານາສາລະສະໝຸນໄພຊ່ວຍຍ່ອຍອາຫານ ຫຼຸດອາການແໜ້ນທ້ອງ

ສະໝຸນໄພຊ່ວຍຍ່ອຍອາຫານ ຫຼຸດອາການແໜ້ນທ້ອງ

Published on

    ສະໝຸນໄພທີ່ສາມາດຊ່ວຍຍ່ອຍອາຫານ ຫຼຸດອາການທ້ອງອືດ, ແໜ້ນທ້ອງ ບໍ່ຕ້ອງພຶ່ງຢາ ແຖມຫາຊື້ໄດ້ງ່າຍໃນບ້ານເຮົາ.

  1. ຂີງ: ເປັນສະໝຸນໄພ ທີ່ຊ່ວຍຮັກສາອາການທ້ອງອືດ, ແໜ້ນທ້ອງ, ອາຫານບໍ່ຍ່ອຍ, ຂັບລົມໃນລຳໄສ້, ນອກຈາກນີ້ ຍັງຊ່ວຍຮັກສາອາການເປັນຫວັດ, ແກ້ປວດຮາກ, ໄອ, ເຈັບທ້ອງ, ຊ່ວຍກະຕຸ້ນການຢາກອາຫານ, ໂດຍຂີງອ່ອນຈະມີສີຂາວອອກເຫຼືອງ ມີລົດຊາດເຜັດ ແລະກິ່ນຫອມ, ສ່ວນຂີງແກ່ ມີລົດຊາດເຜັດຮ້ອນ ນິຍົມເອົາມາເຮັດນໍ້າຂີງ ຫຼືເພື່ອຄວາມສະດວກສາມາດໃຊ້ຂີງເປັນສ່ວນປະກອບໃນອາຫານໄດ້ເຊັ່ນ: ໃສ່ຊຸບຜັກ, ໃສ່ແກງ, ໃສ່ຂົ້ວ… ຈະສາມາດຍ່ອຍອາຫານໄດ້
  2. ເປືອກໝາກກ້ຽງ ຫຼືໝາກກ້ຽງໃຫຍ່: ເວລາທີ່ເຮົາກິນບໍ່ຄວນຖິມເປືອກ ເພາະເປືອກສົ້ມຊ່ວຍໃນການຍ່ອຍອາຫານທີ່ມີໄຂມັນສູງ ຊ່ວຍຫຼຸດຄໍເລດເຕີລໍ ເປັນຢາລະບາຍອ່ອນໆ, ປັບລະດັບນໍ້າຕານໃນເລືອດ ແລະກະຕຸ້ນການຂັບສານພິດໃນຕັບ. ແຕ່ເນື່ອງຈາກເປືອກນັ້ນມີລົດຊາດຂົມ ດັ່ງນັ້ນຈຶ່ງຄວນເອົາໄປຕາກແດດໃຫ້ແຫ້ງ ປະມານ 1-2 ກຼາມ ມາຕົ້ມກັບນໍ້າ 3 ຖ້ວຍ ແລ້ວກິນເປັນຊາຈະເຮັດໃຫ້ກິນໄດ້ງ່າຍຂຶ້ນ
  3. ກະທຽມ: ເປັນສະໝຸນໄພທີ່ຄຸ້ນເຄີຍກັນດີ ໂດຍນິຍົມເປັນສ່ວນປະກອບຂອງອາຫານຫຼາຍຊະນິດ, ສັບພະຄຸນຂອງກະທຽມ ນອກຈາກຫຼຸດລະດັບໄຂມັນ, ຫຼຸດຄວາມດັນເລືອດສູງ ແລະສົ່ງເສີມໃຫ້ລະບົບຄຸ້ມກັນດີຂຶ້ນແລ້ວ ຍັງມີລິດຊ່ວຍຍ່ອຍອາຫານອີກດ້ວຍ ເພາະໃນກະທຽມມີສານທີ່ຊ່ວຍເພີ່ມນໍ້າຍ່ອຍ ແລະເຮັດໃຫ້ການຍ່ອຍອາຫານມີປະສິດທິພາບດີຂຶ້ນ
  4. ຫົວຜັກບົ່ວ: ມີສັບພະຄຸນໃນການຂັບລົມ, ຫຼຸດອາການທ້ອງອືດ, ແໜ້ນທ້ອງ ແລະຊ່ວຍຍ່ອຍອາຫານ ເຮັດໃຫ້ຈະເລີນອາຫານ ອີກດ້ວຍ ໂດຍນໍາມາປະກອບອາຫານໄດ້ຫຼາຍຊະນິດ
  5. ຫົວສີໄຄ: ມີສານໃນການຂັບນໍ້າດີ ອອກມາຊ່ວຍຍ່ອຍອາຫານ, ຊ່ວຍຂັບລົມ ແລະຫຼຸດອາການຈຸກທ້ອງ ໃຜທີ່ກິນອາຫານແລ້ວຮູ້ສຶກອຶດອັດ ໄປຕົ້ມຊາຫົວສີໄຄມາກິນຊ່ວຍໄດ້ ໂດຍລ້າງຫົວສີໄຄໃຫ້ສະອາດ ແລ້ວເອົາຕັດເປັນທ່ອນ ທັບໃຫ້ແຕກແລ້ວເອົາລົງໝໍ້ຕົ້ມນໍ້າໃຫ້ພົດ ສຸກແລ້ວສາມາດນຳມາກິນໄດ້
  6. ໃບກະເພົາ: ເປັນສະໝຸນໄພທີ່ດີກວ່າການທີ່ເຮົາເອົາມາເຮັດຜັດກະເພົາ ໃຜທີ່ອາຫານບໍ່ຍ່ອຍ ມາກິນນໍ້າຕົ້ມກະເພົາ ຈະສາມາດບັນເທົາໄດ້ ໂດຍໃຊ້ໃບສົດ 1 ກຳ ມາຕົ້ມກັບນໍ້າຮ້ອນ ຕອງເອົາແຕ່ນໍ້າມາກິນ ຫຼືໃຊ້ໃບກະເພົາຕາກແດດໃຫ້ແຫ້ງ ແລ້ວເອົາມາຕົ້ມໃສ່ນໍ້າຮ້ອນກິນກໍຊ່ວຍໄດ້ຄືກັນ
  7. ພິກໄທດຳ: ມີລົດຊາດທີ່ເຜັດຮ້ອນ ມີສານທີ່ຊ່ວຍກະຕຸ້ນການຫຼັ່ງກົດໃນກະເພາະອາຫານ ເຮັດໃຫ້ອາຫານເກີດການເຜົາຜານພະລັງງານ ຊ່ວຍຍ່ອຍອາຫານ, ຫຼຸດອາຫານທ້ອງອືດ, ແໜ້ນທ້ອງ ແລະຊ່ວຍຂັບລົມ ແຕ່ຖ້າຈະໃຫ້ກິນພິກໄທດຳລ້າໆຄືຊິບໍ່ໄຫວ ຈຶ່ງກິນໃນຮູບແບບໝາກສຳລັບຄົນທີ່ອາຫານບໍ່ຍ່ອຍ
  8. ຂີ້ໝິ້ນ: ສາວໆຄົງຈະໃຊ້ບຳລຸງຜິວພັນ ແຕ່ຮູ້ບໍ່ວ່າ ຂີ້ໝິ້ນຍັງສາມາດອອກລິດເພີ່ມການຂັບ ແລະກະຕຸ້ນການສ້າງນໍ້າດີໄດ້ ເຊິ່ງນໍ້າດີເປັນອາຫານສຳຄັນ ໃນຂະບວນການຊ່ວຍຍ່ອຍ ແລະດູດຊຶມອາຫານຂອງຮ່າງກາຍ ຍັງຊ່ວຍການເກີດບາດແຜ ແລະຊ່ວຍຮັກສາບາດແຜໃນກະເພາະອາຫານໄດ້ອີກ

8 ສະໝຸນໄພຊ່ວຍຍ່ອຍອາຫານທັງໝົດນີ້ ຫາໄດ້ບໍ່ຍາກຕາມທ້ອງຕະຫຼາດ ແລະສະໝຸນໄພບາງຢ່າງເຮົາກໍເອົາມາປຸງແຕ່ງອາຫານຕະຫຼອດ.

ທີ່ມາ: kapook

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...