spot_img
Homeຂ່າວການພັດທະນາສະໂລວາເກຍກຽມຜະລິດລົດບິນໄດ້ໄຮ້ປັນຫາລົດຕິດ

ສະໂລວາເກຍກຽມຜະລິດລົດບິນໄດ້ໄຮ້ປັນຫາລົດຕິດ

Published on

BBC: ແອຣ໌ຄາຣ໌ (AirCar) ຍານພາຫະນະແບບປະສົມລະຫວ່າງລົດຍົນ ແລະ ເຄື່ອງບິນ ກຳລັງຢູ່ໃນຂັ້ນຕອນທົດລອງບິນກາງອາກາດ ໂດຍໃຊ້ເວລາ 35 ນາທີ ລະຫວ່າງສະໜາມບິນສາກົນ ໃນເມືອງນິທຣາ ແລະ ບຣາຕິສລາວາ ຂອງປະເທດສະໂລວາເກຍ.

ທ່ານ ສ.ຈ. ສະເຕຟານ ໄຄລນ໌ ຜູ້ສ້າງລົດບິນຄັນນີ້ກ່າວວ່າ: ລົດຄັນນີ້ສາມາດບິນໄດ້ປະມານ 1,000 ກິໂລແມັດ ດ້ວຍລະດັບຄວາມສູງເຖິງ 2,500 ແມັດ ເຊິ່ງປັດຈຸບັນມັນສາມາດໃຊ້ເວລາໃນການເດີນທາງກາງອາກາດດົນເຖິງ 40 ຊົ່ວໂມງ.

ລົດບິນໄດ້ປະເພດນີ້ມີສ່ວນປະກອບຂອງເຄື່ອງຈັກ ບີເອັມດັບເບິນຢູ (BMW)  ແລະ ນໍ້າມັນເຊື້ອໄຟປົກກະຕິທົ່ວໄປ ໂດຍໃຊ້ເວລາ 2 ນາທີ 15 ວິນາທີໃນການແປງຈາກລົດຍົນເປັນເຄື່ອງບິນ ເຊິ່ງປີກນ້ອຍໆຈະຖືກພັບເກັບແນບໄວ້ຢູ່ຂ້າງລົດ.

ຊ່ວງເວລາທີ່ກຳລັງບິນຢູ່ເທິງອາກາດ, ຍານພາຫານະປະເພດນີ້ສາມາດເລັ່ງຄວາມໄວໄດ້ສູງເຖິງ 170 ກິໂລແມັດຕໍ່ຊົ່ວໂມງ, ເຊິ່ງບັນຈຸຜູ້ໂດຍສານໄດ້ສອງຄົນດ້ວຍນໍ້າໜັກຕົວລວມກັນບໍ່ເກີນ 200 ກິໂລກຼາມ. ຢ່າງໃດກໍຕາມ, ມັນບໍ່ສາມາດຂຶ້ນ ແລະ ລົງຕາມແນວດິ່ງໄດ້ ເຊິ່ງຈຳເປັນຕ້ອງໃຊ້ທາງຂຶ້ນ-ລົງຂອງເຄື່ອງບິນຢ່າງດຽວ.

ທ່ານ ດຣ. ສະຕີເຟນ ໄຣຕ໌ ນັກວິໄຈຜູ້ອາວຸໂສດ້ານເຄື່ອງບິນ ແລະ ເຕັກໂນໂລຢີ, ມະຫາວິທະຍາໄລເວສຕ໌ອອຟອິງແລນ (University of the West of England) ກ່າວວ່າ: ໃຜໆກໍສ້າງເຄື່ອງບິນໄດ້ ແຕ່ຈະເຮັດແນວໃດເພື່ອໃຫ້ມັນບິນດົນຫຼາຍລ້ານຊົ່ວໂມງ ໂດຍຮັບປະກັນຄວາມປອດໄພຂອງຜູ້ໂດຍສານ, ແຕ່ທ່ານກໍຄິດບໍ່ເຖິງເລີຍວ່າ ຍານພາຫະນະປະເພດນີ້ຈະຊ່ວຍປະຢັດລາຍຈ່າຍຂອງນໍ້າມັນເຊື້ອໄຟໄດ້ ເມື່ອທຽບກັບເຄື່ອງບິນແບບອື່ນ.

ຖືເປັນຄວາມຄາດຫວັງສູງພໍສົມຄວນໃນຕະຫຼາດລົດບິນໄດ້ ທີ່ກຳລັງທະຍອຍປະດິດຂຶ້ນໃນທົ່ວໂລກ ທີ່ຈະຊ່ວຍລົດຜ່ອນປັນຫາຄວາມແອອັດຂອງການຂົນສົ່ງທາງບົກທີ່ກຳລັງປະສົບໃນປັດຈຸບັນ ພາຍໃຕ້ວັດທະນະທຳສະໄໝນິຍົມທີ່ຖືກຈັບຕາມອງວ່າ ເປັນສັນຍະລັກແຫ່ງໂລກອະນາຄົດ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...