spot_img
Homeຂ່າວທ້ອງຖິ່ນສະເໜີຈະຫຼຸດຄ່າໄຟຟ້າສະເພາະພາກທີ່ຢູ່ອາໃສ 3% ຂອງມູນຄ່າໃນໃບບິນ

ສະເໜີຈະຫຼຸດຄ່າໄຟຟ້າສະເພາະພາກທີ່ຢູ່ອາໃສ 3% ຂອງມູນຄ່າໃນໃບບິນ

Published on

  • ອີງຕາມ ສະພາບການແຜ່ລະບາດ ຂອງ ພະຍາດ COVID-19 ທີ່ເພີ່ມທະວີຄວາມຮຸນແຮງຂຶ້ນປະຈຸບັນ.
  • ອີງຕາມ ຜົນການປະເມີນທາງດ້ານກະແສລາຍຮັບ ແລະ ຜົນກະທົບ ຂອງ ພະຍາດ COVID-19 ຕໍ່ການດຳເນີນທຸລະກິດ ຂອງ ລັດວິສາຫະກິດໄຟຟ້າລາວ
  • ອີງຕາມ ການຕົກລົງເຫັນດີ ຂອງ ປະທານສະພາບໍລິຫານ ຟຟລ ຄັ້ງວັນທີ 26 ເມສາ 2021

ລັດວິສາຫະກິດໄຟຟ້າລາວ (ຟຟລ) ຂໍຖືເປັນກຽດຮຽນມາຍັງ ທ່ານ ເພື່ອຊາບວ່າ: ສືບເນື່ອງ ຈາກການແຜ່ລະບາດ ຂອງ ພະຍາດ COVID 19 ພາຍໃນປະເທດຄັ້ງໃໝ່ ໃນເດືອນ ເມສາ ປີ 2021 ນີ້, ເຮັດໃຫ້ລັດຖະບານຕ້ອງອອກມາດຕະການ Lockdown ໃນຫຼາຍແຂວງທົ່ວປະເທດ, ເນື່ອງຈາກເປັນໄລຍະທີ່ມີອາກາດຮ້ອນອົບເອົ້າ ເຊິ່ງຈະສົ່ງຜົນໃຫ້ຄ່າໄຟຟ້າສູງຂຶ້ນເຊັ່ນກັນ.

ສະນັ້ນ, ເພື່ອເປັນການບັນເທົາຜົນກະທົບຂອງປະຊາຊົນ ໃນຊ່ວງໄລຍະທີ່ມີການ Lockdown, ຂໍຮຽນສະເໜີມາຍັງລັດຖະບານ ເພື່ອພິຈາລະນາບາງມາດມາດຕະການ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ດັ່ງລຸ່ມນີ້:

  • ສະເໜີ ຫຼຸດຄ່າໄຟຟ້າສະເພາະພາກທີ່ຢູ່ອາໃສ 3% ຂອງມູນຄ່າໃນໃບບິນ (ບໍ່ລວມອາກອນມູນຄ່າເພີ່ມ).
  • ສະເໜີ ຫັກເອົາລາຍຮັບຂອງ ຟຟລ ຈາກການຈຳໜ່າຍໄຟຟ້າພາກທີ່ຢູ່ອາໃສ 2%, (ສະເພາະເງິນທີ່ເກັບໄດ້ໃນເດືອນ) ເພື່ອປະກອບສ່ວນຊຸກຍູ້ດ້ານວັດຖຸທີ່ຈໍາເປັນຕໍ່ ວຽກງານຕ້ານ ພະຍາດ COVID 19 ເຊັ່ນ: ຜ້າອັດປາກ, ເຈວລ້າງມື, ຊຸດກາວປ້ອງກັນຂອງແພດ, ອົກຊີເຈນ, ວັກຊີນ ແລະ ວັດຖຸອື່ນໆ ຕາມຄວາມຈຳເປັນ ໃຫ້ກັບພາກສ່ວນຮັບຜິດຊອບ ເພື່ອຫຼຸດຜ່ອນພາລະຂອງລັດຖະບານ ຫຼື ມອບເງິນດັ່ງກ່າວ ໃຫ້ກັບ ລັດຖະບານເພື່ອເອົາໄປໃຊ້ໃນວຽກງານດັ່ງກ່າວ.
  • ສະເໜີ ເລື່ອນໄລຍະການຊຳລະໜີ້ຄ່າໄຟ ຂອງ ລູກຄ້າອອກໄປຕື່ມ ຈາກ 2 ເດືອນ ເພີ່ມເປັນ 3 ເດືອນ.
  • ຂໍຈັດຕັ້ງປະຕິບັດ ເລີ່ມແຕ່ ຮອບຜະລິດໃບບິນ ເດືອນ ພຶດສະພາ (ພະລັງງານຊົມໃຊ້ ເດືອນ ເມສາ) ຫາ ເດືອນ ກໍລະກົດ ປີ 2021 (ກຳນົດປະຕິບັດ 3 ເດືອນ) ແລະ ປະຕິບັດສະເພາະແຂວງທີ່ຖືກ  Lockdown.

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...