spot_img
Homeຂ່າວພາຍ​ໃນສະຫຼຸບລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ +41 ໃນບັນດາແຂວງຕ່າງໆ

ສະຫຼຸບລາຍລະອຽດຜູ້ຕິດເຊື້ອໃນຊຸມຊົນ +41 ໃນບັນດາແຂວງຕ່າງໆ

Published on

ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ວັນທີ 2 ກັນຍາ 2021 ໃຫ້ຮູ້ວ່າ:ສປປ ລາວ ໄດ້ ວັນທີ 1/9/2021 ໄດ້ກວດວິເຄາະທັງໝົດ 3711 ຕົວຢ່າງ ແລະ ກວດພົບເຊື້ອໃໝ່ 170 ຕົວຢ່າງ. ນະຄອນຫຼວງ: 17 (ນໍາເຂົ້າ), 9 (ຊຸມຊົນ), ບໍ່ແກ້ວ : 4ຄົນ (ຊຸມຊົນ), ໄຊຍະບູລີ: 1ຄົນ (ນໍາເຂົ້າ), ຫຼວງພະບາງ: 1ຄົນ (ຊຸມຊົນ), ບໍລິຄໍາໄຊ: 3ຄົນ (ນໍາເຂົ້າ), ຄໍາມ່ວນ: 13 (ນໍາເຂົ້າ) 4 (ຊຸມຊົນ), ສາລະວັນ: 41 (ນໍາເຂົ້າ), 1 (ຊຸມຊົນ), ສະຫວັນນະເຂດ: 48 (ນໍາເຂົ້າ), 22 (ຊຸມຊົນ), ຈໍາປາສັກ: 6ຄົນ (ນໍາເຂົ້າ). ປັດຈຸບັນ ມີຜູ້ຕິດເຊື້ອສະສົມທັງໝົດ 15,459 ຄົນ, ເສຍຊີວິດ ສະສົມ 14 ຄົນ ແລະ ກຳລັງປິ່ນປົວ 5,317 ຄົນ ລາຍລະອຽດຜູ້ຕິດເຊື້ອໃໝ່ໃນຊຸມຊົນ: – ນະຄອນຫຼວງວຽງຈັນ 9 ຄົນ: 1 ຄົນ ແມ່ນເພດຊາຍ ອາຍຸ 44 ປີ ມາຈາກ ບ້ານ ໜອງແຫ້ວ ເມືອງຫາດຊາຍຟອງ ເຊິ່ງໄດ້ກັກໂຕແຍກປ່ຽວຢູ່ບ້ານຕັ້ງແຕ່ວັນທີ່ 24 ສິງຫາ 2021 ແລະ ອີກ 8 ຄົນ ເດີນທາງມາຈາກບໍ່ແກ້ວ ທີ່ມາກັກຕົວ ຢູ່ ສູນຫລັກ 27 ແລະ ສູນ ປາກງື່ມ. – ສະຫວັນນະເຂດ 22 ຄົນ:
  • ພະນັກງານແພດ 1 ຄົນ,
  • 01 ຄົນ ເປັນພະຍາບານ ຢູ່ບ້ານໄຊຍະພູມ ແຕ່ເຮັດວຽກຢູ່ຕຶກເດັກຂອງໂຮງໝໍ ແຂວງສະຫວັນນະເຂດ;
  • 03 ຄົນ ເປັນພະນັກງານ ລັດຕະນະລັງສີ,
  • 02 ຄົນ ເປັນພະນັກງານລ້ານຊ້າງ ທີ່ກັກໂຕຢູ່ໂຮງແຮມ ເຊິ່ງມີສາຍພົວພັນກັບພະນັກງານຂັບລົດ ບໍລິສັດຕະນະວົງ
  • ອີກ 13 ຄົນ ເປັນພະນັກງານເວນຍາມຂອງບໍລິສັດສະຫວັນປາກ – 01 ຄົນ ປະຊາຊົນຢູ່ບ້ານອຸດົມວິໄລ ແລະ 01 ຄົນ ຢູ່ບ້ານລັດຕະນະລັງສີໃຕ້
  • ອີກ 01 ຄົນ ຢູ່ບ້ານໂພນສະຫວ່າງໃຕ້
– ຄໍາມ່ວນ 4 ຄົນ:
  • 03 ຄົນ ແມ່ນອາສາສະຫນັກ ທີ່ເປັນພະຍາບານ ມາປະຈໍາການຢູ່ສູນກັກກັນສະຫນາມກິລາແຂວງຄໍາມ່ວນ ໃນວັນທີ 21 ສິງຫາ 2021) ເຊິ່ງທັງ 03 ຄົນ ມີອາການໄຂ້ ແລະ ໄອ ໃນວັນທີ 31 ສິງຫາ 2021
  • ອີກ 01 ຄົນ ຢູ່ບ້ານເລົ່າໂພນໄຊ ເມືອງທ່າແຂກ ເປັນຜູ້ສໍາຜັດໃກ້ຊິດກັບ ຜູ້ຕິດເຊື້ອ
ບໍ່ແກ້ວ 4 ຄົນ: 3 ຄົນຈາກເມືອງຕົ້ນເຜິ້ງ (ໜຶ່ງໃນ 3 ຄົນ ແມ່ນ ເຈົ້າໜ້າທີ່ຕໍາຫຼວດ ຈາກເມືອງຕົ້ນເຜິ້ງ) ແລະ ອີກ 1 ຄົນ ຈາກເມືອງຫ້ວຍຊາຍ. -ຫຼວງພະບາງ 1 ຄົນ : ເປັນເພດຍິງ ອາຍຸ 49 ປີ ອາຊີບເຮັດນາ ບ້ານນາຝາຍ ເມືອງນານ ເປັນຜູ້ສໍາຜັດກັບຜູ້ຕິດເຊື້ອ ກ່ອນໜ້ານີ້ (ໄດ້ໄປຮ່ວມງານສົບ) -ສາລະວັນ 1 ຄົນ : ເປັນພະນັກງານຂັບລົດທະຫານ ປະຈໍາ ຢູ່ສູນວິທະຍາໄລຄູເມືອງສາລະວັນ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...