ສະຫຼຸບຜົນງານແຂ່ງຂັນເຮືອຊ່ວງບຶງທາດຫຼວງ 2017 ທັງປະເພນີ ແລະ ສູດຊາຍ.

ສະຫຼຸບຜົນງານແຂ່ງຂັນເຮືອຊ່ວງ ທີ່ບຸນຊ່ວງເຮືອບຶງທາດຫຼວງ 2017 ທັງປະເພນີ ແລະ ສູດຊາຍ.
ເຮືອນາວາສັກສິດ ສາມາດຍາດໄດ້ອັນດັບຫນຶ່ງສອງລາຍການຄື: ປະເພນີຊາຍ ແລະ ສູດຊາຍ, ສ່ວນປະເພນີຍິງແມ່ນ ເພັດດອກຄູນ.

ສະຫລຸບຜົນການຊ່ວງເຮືອ 2017 ທີ່ບຶງທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ (ນວ) ຄັ້ງທຳອິດ ມີດັ່ງຕໍ່ໄປນີ້:

ເຮືອປະເພນີຊາຍ

ອັນດັບທີ1: ບໍລິສັດພັນທະມິດ ກໍ່ສ້າງ-ຂົວທາງ ແຂວງໄຊຍະບູລີ (ໃຊ້ເຮືອ ແລະ ສີພາຍ ນາວາສັກສິດ )
ອັນດັບທີ2: ຄອນສະຫວັນ99 ບ.ທ່າພະ ມ.ຫາດຊາຍຟອງ ນວ (ສີພາຍ ບ.ຫາດສ້ຽວ ມ.ທຸລະຄົມ ຂ.ວຽງຈັນ)
ອັນດັບທີ3: ນາງສາວເກດສຸລິນ ບ.ທ່າພະ ມ.ຫາດຊາຍຟອງ ນວ (ສີພາຍ ຊາວມັງກອນ-ທະຫານ299 ບ.ນາແງວ ມ.ທ່າແຂກ ຂ.ຄຳມ່ວນ)
ອັນດັບທີ4: ແຂວງຫລວງພຣະບາງ ເພັດດອກຄູນ ບ.ແສງເພັດ ກໍ່ສ້າງ-ຂົວທາງ ໄຟຟ້າ ແລະ ເກັບກູ້ລະເບີດ (ສີພາຍ ບ.ແດນດິນ ມ.ນາຊາຍທອງ ນວ)

ເຮືອສູດຊາຍ

ອັນດັບທີ1: ນາວາສັກສິດ ບ.ໄຊສະຖານ ມ.ສີສັດຕະນາກ ນວ (ສີພາຍ ໄກທອງ-ທະຫານແຂວງບໍລິຄຳໄຊ+ ຂັວນໃຈລູກປູ່ບັງ ບ.ປຸ່ງເໜືອ ມ.ຫີນບູນ ຂ.ຄຳມ່ວນ+ ສີພາຍ ບ.ບຸ່ງກວາງ ມ.ປາກກະດິງ ຂ.ບໍລິຄຳໄຊ)
ອັນດັບທີ2: ເທບທິດາສ້ອຍຟ້າ-ແດນສະຫວັນນຳ້ງື່ມຣີສອດ (ສີພາຍ ເທບທິດາສ້ອຍຟ້າ-ບ.ໄຮຄຳ ມ.ໄຊເສດຖາ ນວ+ ເທບນິມິດ ບ.ໂພນຄໍ້ ມ.ຫີນບູນ ຂ.ຄຳມ່ວນ+ ເທບພອນໄຊ ບ.ທ່າໂພ ມ.ໄຊພູທອງ ຂ.ສະຫວັນນະເຂດ)
ອັນດັບທີ3: ສາຍຟ້າ ບ.ທ່າພະ ມ.ຫາດຊາຍຟອງ ນວ (ສີພາຍ ເຈົ້າແມ່ແກ້ວມັງກອນ-ທະຫານແຂວງສາລະວັນ)
ອັນດັບທີ4: ພອນພຣະແກ້ວ ບ.ສີຖານໃຕ້ ມ.ຫາດຊາຍຟອງ ນວ

ເຮືອປະເພນີຍິງ

ອັນດັບທີ1: ເພັດດອກຄູນ ບ.ສ.ແສງເພັດ ເກັບກູ້ລະເບີດ (ສີພາຍ ບ.ແສນດິນ ມ.ນາຊາຍທອງ ນວ)
ອັນດັບທີ2: ຄອນສະຫວັນ99 ບ.ທ່າພະ ມ.ຫາດຊາຍຟອງ ນວ (ສີພາຍ ບ.ຫາດສ້ຽວ ມ.ທຸລະຄົມ ຂ.ວຽງຈັນ)
ອັນດັບທີ3: ເຈົ້າວໍຣະວົງ-ສະຫະພັນນັກຮົບເກົ່າແຂວງບໍລິຄຳໄຊ
ອັນດັບທີ4: ນາງສາວເກດສຸລິນ ບ.ທ່າພະ ມ.ຫາດຊາຍຟອງ ນວ

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ