spot_img
Homeຂ່າວພາຍ​ໃນສະຫຼຸບຜົນງານຂອງ ທັບນັກກີລາລາວ ໃນການແຂ່ງຂັນກິລາ ໂອລິມປີກ ທີ່ປະເທດ ບຣາຊິນ

ສະຫຼຸບຜົນງານຂອງ ທັບນັກກີລາລາວ ໃນການແຂ່ງຂັນກິລາ ໂອລິມປີກ ທີ່ປະເທດ ບຣາຊິນ

Published on

ການແຂ່ງຂັນໂອລິມປິກ 2016 ທີ່ປະເທດ ບຣາຊິນ ໃກ້ຈະປິດສາກລົງ ເຊິ່ງດຳເນີນການແຂ່ງຂັນ ມາຮອດວັນທີ 15 ຂອງການແຂ່ງຂັນແລ້ວ ແລະ ຈະມີພິທີປິດໃນວັນທີ 21 ສິງຫາ 2016 ນີ້.

ມື້ນີ້ພວກເຮົາໄດ້ສະຫຼຸບຜົນງານຂອງ ທັບນັກກິລາລາວ ທີ່ໄປສູ້ເສິກການແຂ່ງຂັນ ຊີງໄຊ ຢູ່ທີ່ບຣາຊິນ ມາໃຫ້ບັນດາທ່ານ ໄດ້ອ່ານດັ່ງນີ້:

1. ນາງ ແລນລີ້ ພຸດທະວົງ ລົງແຂ່ງກິລາແລ່ນ-ລານ ໃນລາຍການ ແລ່ນ 100 ແມັດຍິງ ຮອບຄັດເລືອກ ໃນວັນທີ 12 ສິງຫາ 2016 ລາວແລ່ນໃນ heat ທີ 2 ເຊິ່ງລາວສາມາດ ແລ່ນເຂົ້າເສັ້ນໄຊ ດ້ວຍເວລາ 12.82 ວິນາທີ ເປັນອັນດັບທີ 7 ຂອງ heat ທີ 2 ແລະ ເປັນອັນດັບ 16 ຂອງການແຂ່ງຂັນ ລາຍການນີ້ ບໍ່ສາມາດຜ່ານເຂົ້າຮອບຕໍ່ໄປ ແຕ່ລາວສາມາດ ທຳລາຍສະຖິຕິຂອງຕົນເອງ ທີ່ເຄີຍເຮັດໄວ້ 12.89 ວິນາທີ ໃນການແຂ່ງຂັນລາຍການແລ່ນ 100 ແມັດຍິງ ງານມະຫາກຳກິລາ ມະຫາວິທະຍາໄລ ອາຊຽນ ຄັ້ງທີ 18 ທີ່ປະເທດ ສິງກະໂປ.

2. ນາງ ສິຣິອາຣຸນ ບຸດຈະເລີນ ລົງແຂ່ງກິລາລອຍນ້ຳ ໃນລາຍການ Women’s 50 m freestyle ຮອບຄັດເລືອກ ໃຊ້ເວລາ 32.55 ວິນາທີ ໄດ້ອັນດັບທີ 76 ບໍ່ສາມາດຜ່ານເຂົ້າຮອບຕໍ່ໄປ ແຕ່ລາວສາມາດ ທຳລາຍສະຖິຕິຕົນເອງ ທີ່ຜ່ານມາໄດ້ຄື 33.71 ວິນາທີ.

3. ທ້າວ ອາຣິຍາ ພູນສະຫວັດ ລົງແຂ່ງກິລາລົດຖີບ ໃນລາຍການ Men’s road race ໄລຍະທາງ 256.6 ກິໂລແມັດ ລົງແຂ່ງໃນວັນທີ 06 ສິງຫາ 2016 ແຕ່ວ່າໜ້າເສຍດາຍ ລາວປັ່ນບໍ່ຮອດເສັ້ນໄຊ ຕາມໄລຍະເວລາທີ່ ການແຂ່ງຂັນກຳນົດໄວ້.

4. ທ້າວ ສຸກພະໄຊ ສິດທິສານ ລົງແຂ່ງກິລາເທຄວັນໂດ ໃນລາຍການ Men’s −60 kg ຮອບຄັດເລືອກ (Round of 64) ໃນວັນທີ  06 ສິງຫາ 2016 ພາດທ່າເສຍທີໃຫ້ຄູ່ແຂ່ງຈາກ ຈີນໄທເປ ບໍ່ສາມາດຜ່ານເຂົ້າຮອບຕໍ່ໄປ.

5. ທ້າວ ສັນຕິສຸກ ອິນທະວົງ ລົງແຂ່ງກິລາລອຍນ້ຳ ໃນລາຍການ Men’s 50 m freestyle ຮອບຄັດເລືອກ ໃຊ້ເວລາ 26.54 ວິນາທີ ໄດ້ອັນດັບທີ 69  ບໍ່ສາມາດຜ່ານເຂົ້າຮອບຕໍ່ໄປ.

6.  ທ້າວ ອານຸສອນ ໄຊສາ ລົງແຂ່ງກິລາແລ່ນ-ລານ ໃນລາຍການ Men’s 110 m hurdles ບໍ່ສາມາດຜ່ານຮອບຄັດເລືອກ (DNS).

ເຖິງຢ່າງໃດກໍ່ຕາມ ທີມງານ laosportnews ກໍ່ຂໍສະແດງຄວາມດີໃຈ ແລະ ເປັນກຳລັງໃຈໃຫ້ກັບ ທັບນັກກິລາລາວ ທຸກຄົນ ທີ່ໄດ້ເປັນຕົວແທນໃຫ້ກັບ ປະເທດລາວ ເຂົ້າຮ່ວມການແຂ່ງຂັນກິລາ ໂອລິປິກ 2016 ໃນຄັ້ງນີ້. ປະຊາຊົນລາວທຸກຄົນ ມີເອກອ້າງທະນົງໃຈ ແລະ ພາກພູມໃຈທີ່ເຫັນ ທຸງຊາດລາວ ໂບກສະບັດ ຢູ່ໃນການແຂ່ງຂັນລະດັບສາກົນ ຄືແນວນີ້ ແລະ ພວກເຮົາສັນຍາວ່າ ຈະຍັງສຶບຕໍ່ເປັນກຳລັງຈ ແລະ ຮ່ວມຊົມຮ່ວມເຊີຍ ນັກກີລາລາວ ຕະຫຼອດໄປ.

 

ຂອບໃຈຂໍ້ມູນ ແລະ ພາບຈາກ rio2016.com, laenly.phoutthavong

http://laosportnews.com/index.php/news/article/564

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...