spot_img
Homeຂ່າວພາຍ​ໃນສະຫຼຸບການຊື້-ຂາຍຮຸ້ນ ວັນທີ 17 ພະຈິກ 2016

ສະຫຼຸບການຊື້-ຂາຍຮຸ້ນ ວັນທີ 17 ພະຈິກ 2016

Published on

ໃນວັນພະຫັດ ດັັດຊະນີຕະຫຼາດຫຼັກຊັບ ລົບລ້າງການປັບຕົວຂຶ້ນໃນກ່ອນໜ້ານັ້ນ ລົງມາຢູ່ທີ່ 982.76 ຈຸດ ທ່າມກາງການຊື້-ຂາຍ ແບບປະສົມ, ມູນຄ່າຕະຫຼາດທັງໝົດແມ່ນ 536,435,000 ກີບ ຈາກການຈັບຄູ່ກັນຂອງຮຸ້ນ EDL-Gen ແລະຮຸ້ນ BCEL ຈໍານວນ 110,800 ຮຸ້ນ ເຊິ່ງສູງກວ່າການຊື້-ຂາຍໃນມື້ທີ່ຜ່ານມາເລັກໜ້ອຍ. ຮຸ້ນEDL-Gen ຫຼຸດລົງເປັນມື້ທີສອງຂອງອາທິດນີ້, ຮຸ້ນພະລັງງານ ທີ່ມີການຈັບຄູ່ກັນ ຢູ່ໃນລະຫວ່າງລາຄາ 4,800 ກີບຫາ 4,850 ກີບ, ແຕ່ສຸດທ້າຍປິດໃນລາຄາ 4,800 ກີບດ້ວຍປະລິມານການຊື້-ຂາຍເຖິງ 108,500 ຮຸ້ນ, ໃນເວລາດຽວກັນນັ້ນ BCEL ຍັງຄົງຮັກສາລາຄາເກົ່າຢູ່ທີ່ 5,150 ກີບ, ເຊິ່ງມີພຽງແຕ່ 2,300 ຮຸ້ນທີ່ມີການຊື້-ຂາຍ ໂດຍມີ 11,853,000 ກີບຂອງມູນຄ່າການຊື້-ຂາຍ, ແຕ່ໜ້າເສຍດາຍທີ່ຮຸ້ນ LWPC, ຮຸ້ນ PTL ແລະຮຸ້ນ SVN ບໍ່ໄດ້ຮັບຄວາມໜ້າສົນໃຈຫຼາຍຈາກນັກລົງທຶນ ປິດທີ່ 6,100 ກີບ, 2,500 ກີບ ແລະ 3,000 ກີບ ຕາມລຳດັບ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...