spot_img
Homeຂ່າວພາຍ​ໃນສະຫາຍຫົວຫນ້າກົມຈັດຕັ້ງພັກ ລົງຊຸກຍູ້ຂະບວນການຢູ່ທະຫານແຂວງຫລວງນ້ຳທາ

ສະຫາຍຫົວຫນ້າກົມຈັດຕັ້ງພັກ ລົງຊຸກຍູ້ຂະບວນການຢູ່ທະຫານແຂວງຫລວງນ້ຳທາ

Published on

thu28nov1

ສະຫາຍ ພົນຈັດຕະວາ ວໍລະສານ ວິລັດດາວົງ, ຄະ ນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫ່ຍການເມືອງກອງທັບ ໄດ້ລົງເຮັດວຽກ ແລະ ຊຸກຍູ້ ຂະບວນການຄຳນັບຮັບຕ້ອນວັນສ້າງຕັ້ງກອງທັບຄົບຮອບ 65 ປີຢູ່ກອງບັນຊາການທະ ຫານແຂວງຫຼວງນ້ຳທາ. ມາ ໃນຕອນເຊົ້າຂອງວັນທີ 14 ພະຈິກ 2013 ນີ້ສະຫາຍໄດ້ ເຂົ້າຮ່ວມຊົມຂະບວນການ ຫັດແອບສວນສະໜາມຂອງ ພະນັກງານ-ນັກຮົບ ຢູ່ທີເດີ່ນ ກິລາບານເຕະຂອງກອງບັນ ຊາການທະຫານແຂວງຫຼຼວງນ້ຳທາ ພ້ອມດ້ວຍ ສະຫາຍ ພັນເອກ ບຸນຍີ່ ແກ້ວຄຸນ ເມືອງ, ກຳມະການພັກ ແຂວງ, ເລຂາຄະນະພັກ ຫົວ ໜ້າການເມືອງກອງບັນຊາ ການທະຫານ, ພ້ອມດ້ວຍບັນ ດາສະຫາຍ, ຄະນະພັກກອງ ບັນຊາການ, ພະນັກງານຫຼັກ ແຫ່ງ 4 ຫ້ອງ, 5 ເມືອງ ແລະ ບັນດາກົມກອງອ້ອມຂ້າງເຂົ້າ ຮ່ວມຊົມ.
ພາຍຫຼັງທີໄດ້ຮັບຊົມການ ຫັດແອບສວນສະໜາມຂອງ ກ້ອນພະນັກງານ, ນັກຮົບ ແລະ ກ້ອນເຫຼົ່າລົບວິຊາສະ ເພາະແລ້ວສະຫາຍຫົວໜ້າ ກົມຈັດຕັ້ງພັກກົມໃຫ່ຍການ ເມືອງກອງທັບກໍ່ໄດ້ໃຫ້ກຽດ ໂອ້ລົມເຊີງສະຫາຍກໍ່ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະຮັບຜິດຊອບ ແລະ ນັກ ຫັດແອບທີ່ໄດ້ເອົາໃຈໃສ່ໃນ ການຝືກແອບ ແລະ ເໜັ້ນ ໜັກໃຫ້ແຕ່ລະສະຫາຍຈົ່ງ ເປັນເຈົ້າການເພີ່ມທະວີ ຄວາມສາມັກຄີເອົາໃຈໃສ່ໃນ ການຫັດແອບຮໍ່າຮຽນໃຫ້ເປັນ ປົກກະຕິແກ້ໄຂບາງຈຸດທີ່ ຂາດຕົກບົກພ່ອງ ເຮັດໃຫ້ ຂະບວນສວນສະໜາມຂອງ ກອງບັນຊາການທະຫານ ແຂວງມີຄວາມເຂັ້ມແຂງ ແລະ ເປັນລະບຽບຮຽບຮ້ອຍ ເພືອສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 65 ປີ ທີ່ຈະມາເຖີງ ນີ້ໃຫ້ມີບັນຍາກາດຟົດຟື້ນ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...