ສະຫະລັດເຮັດແທ້! ຍິງຈະຫຼວດມິສໄຊລ 59 ລູກໃສ່ຊີເຣຍ ຕອບໂຕ້ການໃຊ້ອາວຸດເຄມີຂ້າປະຊາຊົນ

ເມື່ອວັນທີື 7 ເມສາ 2017 ເວັບໄຊຂ່າວ cnbc.com ລາຍງານວ່າ ກອງກຳລັງທະຫານຂອງສະຫະລັດອາເມລິກາ ໄດ້ຍິງຈະຫຼວດມິສໄຊລກວ່າ 59 ລູກ ໃສ່ປະເທດ ຊີເຣຍ ໂດຍມີເປົ້າໝາຍຢູ່ທີ່ເດີນບິນໃນເມືອງ Homs ທັງນີ້ຈະຫຼວດໄດ້ພຸ່ງໄປຕົກໃສ່ເຮືອບິນຮວມເຖິງໂຄງສ້າງອື່ນໆເຊັ່ນ: ຣັນເວຍ໌ ເຊິ່ງທາງການສະຫະລັດ ໄດ້ພຸ່ງເປົ້າໄປທີ່ການທຳລາຍຊັບສິນ ບໍ່ແມ່ນຊີວິດ ແລະ ຕອນນີ້ຍັງບໍ່ທັນມີລາຍງານຂອງຜູ້ໄດ້ຮັບບາດເຈັບ ແລະ ເສຍຊີວິດເທື່ອ.

ໂດຍເຈົ້າໜ້າທີ່ຄົນໜຶ່ງບອກກັບສະຖານີ ເອັນບີຊີວ່າ ທາງການສະຫະລັດໄດ້ເຕືອນຣັສເຊຍກ່ອນທີ່ຈະມີການໂຈມຕີດັ່ງກ່າວ ແລະ ການຍິງມິສໄຊຄັ້ງນີ້ບໍ່ມີການພຸ່ງເປົ້າໄປທີ່ຊັບສິນຂອງຣັສເຊຍ

ດ້ານການທະຫານທີ່ຕໍ່ຕ້ານລັດຖະບານຂອງຣັສເຊຍໄດ້ອອກມາບອກວ່າ ພວກເຂົາຍິນດີທີ່ມີການໂຈມຕີຄັ້ງນີ້ “ກຸ່ມຕິດອາວຸດທີ່ຢູ່ຝ່າຍກົງກັນຂ້າງກັບລັດຖະບານຊີເຣຍ ຍິນດີທີ່ທາງການສະຫະລັດ ໄດ້ເຂົ້າມາແຊກແຊງຜ່ານການໂຈມຕີທີ່ແຫຼມຄົມ ເຊິ່ງການໂຈມຕີຄັ້ງນີ້ ຈະຊ່ວຍຫຼຸດອຳນາດຂອງທ່ານ ອັສຊາດ ໃນການທີ່ເຂົາຈະຂ້າຜູ້ຄົນ ແລະ ຊ່ວຍຜ່ອນຄາຍຄວາມທຸກຂອງຄົນໃນປະເທດ”

ທັງນີ້ ໄດ້ມີການຄາດການວ່າ ການໂຈມຕີຍິງມິສໄຊລຂອງສະຫະລັດ ໃນຄັ້ງນີ້ກໍ່ເພື່ອທີ່ຈະຕອບໂຕ້ລັດຖະບານຊີເຣຍທີ່ໃຊ້ອາວຸດເຄມີໂຈມຕີປະຊາຊົນ ຈົນມີຜູ້ຄົນເສຍຊີວິດເປັນຈຳນວນຫຼາຍກວ່າ 80 ຄົນ

ລາຍງານຍັງລະບຸອີກວ່າ ກ່ອນໜ້ານີ້ທ່ານ ໂດນັລ ທຣັມ ປະທານາທິບໍດີຂອງສະຫະລັດ ໄດ້ກ່າວເຖິງເຫດການທີ່ທ່ານ ບາຊາຣ໌ ອັລ-ອັສຊາດ ໃຊ້ອາວຸດເຄມີໂຈມຕີປະຊາຊົນ ຈົນມີຜູ້ຄົນເສຍຊີວິດຈຳນວນຫຼາຍວ່າ “ມັນຕ້ອງມີຄົນເຮັດຫຍັງຈັກຢ່າງ”

ໂດນັລ ທຣັມ ກ່າວ: “ຂ້ອຍຄິດວ່າສິ່ງທີ່ທ້າວ ອັສຊາດເຮັດນັ້ນ ເປັນສິ່ງທີ່ຊົ່ວຮ້າຍ ຂ້ອຍຄິດວ່າສິ່ງທີ່ເກີດຂຶ້ນໃນຊີເຣຍນັ້ນຄືໜຶ່ງໃນອາຊະຍາກຳທີ່ຊົ່ວຊ້າທີ່ສຸດ ມັນບໍ່ຄວນທີ່ຈະເກີດຂຶ້ນ ແລະ ບໍ່ຄວນທີ່ຈະມີໃຜປ່ອຍໃຫ້ມັນເກີດຂຶ້ນ ສິ່ງທີ່ເກີດຂຶ້ນໃນຊີເຣຍຖືເປັນຄວາມເສື່ອມຖອຍແຫ່ງມວນມະນຸດຊາດ ອັສຊາດຢູ່ບ່ອນນັ້ນ ແລະ ຄອຍຄວບຄຸມບັນຊາການຢູ່ ດັ່ງນັ້ນຄວນຈະມີໃຜລົງມືເຮັດຫຍັງຈັກຢ່າງ”

ນີ້ຖືເປັນຄັ້ງທຳອິດທີ່ທ່ານ ໂດນັລ ທຣັມ ມີຄຳສັ່ງໃນການໃຊ້ກຳລັງທະຫານ ໂດຍກ່ອນໜ້ານີ້ ປະຕິບັດການອື່ນໆ ໃນຊີເຣຍ, ເຢເມນ ແລະ ອິຣັກ ລ້ວນແລ້ວແຕ່ເປັນຄຳສັ່ງຂອງຜູ້ບັນຊາການທາງທະຫານ ແລະ ການໂຈມຕີຄັ້ງນີ້ຍັງເປັນການສົ່ງສັນຍານໄປເຖິງເກົາຫຼີເໜືອ, ອິຫລ່ານ ຮວມເຖິງສັດຕູຄົນອື່ນໆ ຂອງສະຫະລັດ ວ່າ ໂດນັລ ທຣັມ ພ້ອມທີ່ຈະລົງມືປະຕິບັດການສະເໝີ ແລະ ບາງຄັ້ງກໍ່ເປັນກນປະຕິບັດການໂດຍບໍ່ແຈ້ງໃຫ້ຮັບຮູ້ລ່ວງໜ້າ

ພາກຈາກ JIM WATSON / AFP, Twitter @worldnews_atv34