spot_img
Homeຂ່າວຕ່າງປະເທດສະຫະລັດເປີດສູນຄວບຄຸມ ແລະ ປ້ອງກັນໂຄວິດ-19 ຢູ່ຫວຽດນາມ

ສະຫະລັດເປີດສູນຄວບຄຸມ ແລະ ປ້ອງກັນໂຄວິດ-19 ຢູ່ຫວຽດນາມ

Published on

ເວັບໄຊ VN Express ລາຍງານ: ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມລິກາ (CDC) ໄດ້ເປີດສາຂາ​ໃໝ່ໃນອາຊີ ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ປະເທດຫວຽດນາມ​ ເພື່ອອຳນວຍຄວາມສະດວກໃນການຮັບມືກັບການແຜ່ລະບາດຂອງໂຄວິດ-19 ລວມທັງພະຍາດລະບາດອື່ນໆທີ່ອາດເກີດຂຶ້ນໃນອະນາຄົດ.

ທ່ານ ນາງ ກາມາ​ລາ ຮາຣີສ (Kamala Harris), ຮອງ​ປະທານາທິບໍດີ ສະຫະລັດອາ​ເມ​ລິ​ກາ ກ່າວໃນມື້ເປີດງານໃນວັນທີ 25 ສິງຫາຜ່ານມາວ່າ: ການລະບາດໃຫຍ່ຂອງໂຄວິດ-19 ໄດ້ໃຫ້ບົດຮຽນແກ່ຫຼາຍປະເທດໃນໂລກ ພ້ອມເຂົ້າໃຈວ່າ ໂລກມີຄວາມເຊື່ອມໂຍງເຖິງກັນ ທັງຈຳເປັນຕ້ອງໄດ້ເພິ່ງພາອາໄສກັນຫຼາຍຂຶ້ນກວ່າແຕ່ກ່ອນ ຂະນະທີ່ສະຫະລັດຕ້ອງການເຮັດວຽກຮ່ວມກັບບັນດາປະເທດອາຊຽນ ເພື່ອປັບປຸງຄວາມພ້ອມ ແລະ ການຕອບສະໜອງໃນກໍລະນີທີ່ເກີດການລະບາດໃຫຍ່ໃນອະນາຄົດ ຫຼື ວິກິດດ້ານສາທາລະນະສຸກຢ່າງບໍ່ສາມາດຫຼີກລຽງໄດ້. ສະນັ້ນ, ການເປີດຫ້ອງການຊີດີຊີລະດັບພາກພື້ນ ຈິ່ງຖືເປັນເຄື່ອງພິສູດໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງສະຫະລັດອາເມລິກາທີ່ມີຕໍ່ພາກພື້ນກໍຄືໂລກ.

“ສະຫະລັດອາເມລິກາໄດ້ໃຫ້ການຊ່ວຍເຫຼືອວັກຊີນທົ່ວໂລກແລ້ວປະມານ 110 ລ້ານໂດສ, ໃນນັ້ນ 23 ລ້ານໂດສໄດ້ສົ່ງມອບໃຫ້ກັບບັນດາປະເທດໃນອາຊີ ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ເຊິ່ງລັດຖະບານສະຫະລັດຍັງຈະມອບເງິນຈຳນວນ 500.000 ໂດລາສະຫະລັດໃຫ້ແກ່ກອງທຶນອາຊຽນເພື່ອຮັບມືກັບໂຄວິດ-19 ເພື່ອນຳໃຊ້ເຂົ້າໃນການຈັດຊື້ວັກຊີນເພີ່ມ.” ທ່ານ ນາງ ກາມາ​ລາ ຮາຣີສ ກ່າວ.

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...