ສະຫະລັດເປີດສາກ ໂຈມຕີອີຣັກແລ້ວ

ສະຫະລັດໄດ້ເປີດຈາກໂຈມຕີອີຣັກອີກຄັ້ງໃຫຍ່ຕອນແລງມື້ນີ້ 8 ສິງຫາ 2014 ຕາມທີ່ໂອບາມາຂູ່ໄວ້ມື້ເຊົ້ານີ້ ວ່າຈະໂຈມຕີອີຣັກທາງອາກາດທັນທີ ຖ້າຫາກມີໄພຄຸກຄາມຕໍ່ພົນລະເມືອງສະຫະລັດ ພາຍຫຼັງກຸ່ມຕໍ່ຕ້ານສະຫະລັດໃນອີຣັກປະກາດຈະທຳຮ້າຍລ້າງເຜົ່າຊົນກຸ່ມນ້ອຍເຍຊິດິສ.

A drone designed and constructed by Concepcion University and the Chilean army is seen during a flight test at Concepcion city

ສຳນັກຂ່າວບລູມເບີກດັອດຄອມ ເປີດເຜີຍວ່າ ມື້ເຊົ້ານີ້ປະທານາທິບໍດີບາຣັກໂອບາມາຂອງສະຫະລັດ ໃຫ້ອຳນາດກອງທັບອາກາດສະຫະລັດ ໂຈມຕີທາງອາກາດໃນອີຣັກທັນທີຖ້າຫາກເກີດໄພຄຸກຄາມຕໍ່ພົນລະເມືອງສະຫະລັດ.

ໃນຂະນະດຽວກັນ ສະຫະລັດກໍພ້ອມໃຫ້ຄວາມຊ່ວຍເຫຼືອພົນລະເມືອງອີຣັກໂດຍການສົ່ງອາຫານ ແລະນ້ຳທາງອາກາດໃນພື້ນທີ່ທີ່ອາດຈະສ່ຽງຕໍ່ການສູ້ຮົບທີ່ໃກ້ເມືອງຊິນຍາ ຕິດກັບຊາຍແດນຊີຣີ.

ເຊິ່ງການຊ່ວຍເຫຼືອດັ່ງກ່າວຖືກສົ່ງໄປຍັງຊົນເຜົ່າກຸ່ມນ້ອຍ ຊາວເຍຊິດິສເຊິ່ງກຸ່ມຕິດອາວຸດຫົວຮຸນແຮງໄດ້ປະກາດທີ່ຈະທຳລາຍຊາວເຍຊິດິສເຊິ່ງຖືເປັນການປະກາດຂ້າລ້າງເຜົ່າພັນ.

ແລະຕົກມາຮອດຕອນແລງມື້ນີ້ ສຳນັກຂ່າວດັງທົ່ວໂລກ ເຊັ່ນ CNN, BBC, AP… ຕ່າງກໍລາຍງານວ່າສະຫະລັດໄດ້ເປີດສາກໂຈມຕີອີຣັກແລ້ວ.