ສະຫະລັດເປັນຫນີ້ ສປ ຈີນເພີ່ມຂຶ້ນ 10 ພັນລ້ານໂດລາ 4 ເດືອນຕິດຕໍ່ກັນ

ກະຊວງການເງິນແຫ່ງ ສະຫະລັດອາເມລິກາ ໄດ້ເປີດເຜີຍໃນວັນທີ 18 ກໍລະກົດ 2017 ວ່າ: ປະເທດຕົນໄດ້ເປັນໜີ້ ສປ.ຈີນ ເພີ່ມຂຶ້ນອີກຈຳນວນ 10 ພັນລ້ານໂດລາສະຫະລັດ ເຊິ່ງຖືວ່າເປັນ 4 ເດືອນຕິດຕໍ່ກັນໃນນັ້ນ:

(1) ເຮັດໃຫ້ມູນຄ່າການເປັນໜີ້ສິນຂອງປະເທດຕົນຕໍ່ ສປ.ຈີນ ໄດ້ເພີ່ມຂຶ້ນເປັນ 1,102 ຕື້ໂດລາສະຫະລັດ (1,102 ພັນລ້ານໂດລາສະຫະລັດ);
(2) ກະຊວງການເງິນອາເມລິກາຍັງຊີ້ໃຫ້ເຫັນວ່າ ຍີ່ປຸ່ນໄດ້ເປັນເຈົ້າໜີ້ອາເມລິກາເພີ່ມຂຶ້ນອີກ 4 ຕື້ 400 ລ້ານໂດລາໃນເດືອນດຽວກັນ, ເຮັດໃຫ້ມີຍອດໜີ້ສິນລວມເຖິງ 1,111 ຕື້ 300 ລ້ານໂດລາ ແລະ ກາຍເປັນເຈົ້າໜີ້ໃຫຍ່ອັນດັບໜຶ່ງຂອງປະເທດຕົນ;
(3) ມາເຖິງທ້າຍເດືອນ ພຶດສະພາ 2017, ປະເທດເຈົ້າໜີ້ສຳຄັນຂອງອາເມລິກາມີຍອດໜີ້ສິນເຖິງ 6,123 ຕື້ 600 ລ້ານດລາສະຫະລັດ, ສູງກວ່າທ້າຍເດືອນເມສາ ທີ່ຢູ່ໃນລະດັບ 6,073 ຕື້ 700 ລ້ານໂດລາສະຫະລັດ.

 

ແຫລ່ງຂ່າວ: ທ່ານ ສຸຣິດົງ