spot_img
Homeຂ່າວຕ່າງປະເທດສະຫະພາບການຄ້າລາຍໃຫຍ່ໃນມຽນມາຮ່ວມໃຈຢຸດກິດຈະການ! ໃນຂະນະການປະທ້ວງຍັງຄົງຮຸນແຮງ

ສະຫະພາບການຄ້າລາຍໃຫຍ່ໃນມຽນມາຮ່ວມໃຈຢຸດກິດຈະການ! ໃນຂະນະການປະທ້ວງຍັງຄົງຮຸນແຮງ

Published on

ປະຊາຊົນມຽນມາຫຼາຍສິບພັນຄົນສືບຕໍ່ເດີນຂະບວນຕາມຖະໜົນເພື່ອປະທ້ວງລັດຖະປະຫານ ເຖິງວ່າຈະມີເຫດການກໍ່ຄວາມຮຸນແຮງຈາກເຈົ້າໜ້າທີ່ຕຳຫຼວດ, ທະຫານ ແລະ ມີຜູ້ເສຍຊີວິດຫຼາຍສິບຄົນ ແລະ ການບຸກລຸກຢ່າງຮຸນແຮງຂອງນັກເຄື່ອນໄຫວເພື່ອປະຊາທິປະໄຕໃນຕອນກາງຄືນ.

ໃນການປະທ້ວງຂອງມຽນມາໃນມື້ວັນທີ 7 ມີນາ 2021, ເຈົ້າໜ້າທີ່ໄດ້ເລີ່ມຂັບໄລ່ຜູ້ປະທ້ວງໂດຍໃຊ້ແກ໊ສນໍ້າຕາ ແລະ ລະເບີດມືກັບຜູ້ປະທ້ວງໃນເມືອງລ່າສ້ຽວໃນລັດສານຂອງມຽນມາ ພ້ອມມີການລະດົມຍິງປືນໃສ່ຜູ້ປະທ້ວງໃນເມືອງ ພຸກາມ ໂດຍສຳນັກຂ່າວຣອຍເຕີ ໂດຍອີງຕາມການຖ່າຍທອດສົດຈາກເຫດການຂອງຜູ້ໃຊ້ເຟສບຸກບອກວ່າຍັງບໍ່ສາມາດລະບຸໄດ້ວ່າເປັນການໃຊ້ລູກປືນແທ້ ຫຼື ລູກປືນປອມ ແລະ ຍັງບໍ່ມີລາຍງານການເສຍຊີວິດຈາກການສະຫຼາຍການປະທ້ວງໃນຄັ້ງນີ້.

ຮ້ານຄ້າ, ໂຮງງານ ແລະ ທະນາຄານ ໃນນະຄອນຢາງກຸ້ງ ຮ່ວມໃຈກັນປິດໃຫ້ບໍລິການເມື່ອວັນທີ 8 ມີນາ ທີ່ຜ່ານມາ ຫຼັງຈາກສະຫະພາບການຄ້າລາຍໃຫຍ່ 9 ກຸ່ມຮຽກຮ້ອງໃຫ້ຮ່ວມໃຈກັນຢຸດກິດຈະການທາງເສດຖະກິດ ເພື່ອຕໍ່ຕ້ານລັດຖະປະຫານຂອງກອງທັບມຽນມາ.

ຜູ້ປະທ້ວງບາງຄົນໂບກຜ້າສິ້ນຂອງແມ່ຍິງ ໃນຂະນະດຽວກັນກໍ່ມີຄົນນຳຜ້າສິ້ນມາພາດຕາມຖະໜົນເນື່ອງໃນວັນແມ່ຍິງສາກົນ ວັນທີ 8 ມີນາ ເພື່ອເປັນການປະນາມກອງທັບມຽນມາໄປໃນຕົວ ເຊິ່ງຕາມຄວາມເຊື່ອບູຮານ ຜູ້ຊາຍທີ່ຍ່າງລອດຜ້າສິ້ນຈະເກີດໂຊກຮ້າຍ ຫຼື ອາຄົມເສື່ອມ.

ນອກຈາກນີ້,​ ຍັງມີລາຍງານວ່າ ທ່ານ ຂິ່ນ ເໝົ່າ ລັດ ເຈົ້າໜ້າທີ່ພັກສັນຕິບານແຫ່ງຊາດເພື່ອປະຊາທິ ປະໄຕ ທີ່ທ່ານ ນາງ ອອງ ຊານ ຊູຈີ ເປັນຜູ້ນຳເສຍຊີວິດລະຫວ່າງຖືກຕຳຫຼວດຄວບຄຸມ.

ໃນຂະນະດຽວກັນ ຜູ້ປະທ້ວງ 2 ຄົນໃນເມອງ ມິດຈີນາ ຖືກຕຳຫຼວດຍິງຈົນເສຍຊີວິດ ແລະ ມີຄົນໄດ້ຮັບບາດເຈັບຈຳນວນຫຼາຍ.

ສ່ວນທີ່ເມືອງ ທວາຍ ທາງພາກໃຕ້ຂອງປະເທດ ຜູ້ປະທ້ວງໄດ້ຮັບການດູແລຈາກກອງທັງສະຫະພາບແຫ່ງຊາດກະຫຼ່ຽງ ເຊິ່ງເປັນກຸ່ມຕິດອາວຸດທີ່ເຮັດສົງຄາມມາຍາວນານເພື່ອຕໍ່ຕ້ານທະຫານມຽນມາ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...