spot_img
Homeຂ່າວຕ່າງປະເທດສະຫະປະຊາຊາດເຕືອນ! ໂຄວິດ-19 ເຮັດຖົງຢາງອະນາໄມຂາດແຄນທົ່ວໂລກ

ສະຫະປະຊາຊາດເຕືອນ! ໂຄວິດ-19 ເຮັດຖົງຢາງອະນາໄມຂາດແຄນທົ່ວໂລກ

Published on

ໃນວັນທີ 9 ເມສາ ອົງການສະຫະປະຊາຊາດ (UN) ໄດ້ອອກມາເຕືອນວ່າ ການແຜ່ລະບາດຂອງໄວຣັສໂຄວິດ-19 ທີ່ເຮັດໃຫ້ເຄິ່ງໜຶ່ງຂອງປະຊາກອນໂລກຕ້ອງຢູ່ບ້ານ ຕາມມາດຕະການປິດເມືອງ-ປະເທດ (Lockdown) ຈະເຮັດໃຫ້ໂລກເກີດວິກິດຖົງຢາງອະນາໄມຂາດແຄນ ຫຼັງບັນດາໂຮງງານຜະລິດຖົງຢາງອະນາໄມຫຼາຍບ່ອນທົ່ວໂລກພາກັນປິດໂຮງງານ ໃນຊ່ວງມາດຕະການ Lockdown.

ທ່ານ Goh Miah Kiat ຜູ້ບໍລິຫານ “Karex” ຜູ້ຜະລິດຖົງຢາງອະນາໄມລາຍໃຫຍ່ຂອງມາເລເຊຍ ເຊິ່ງເປັນ 1 ໃນ 5 ໂຮງງານຜະລິດຖົງຢາງອະນາໄມລາຍໃຫຍ່ຂອງໂລກ ຜະລິດຖົງຢາງອະນາໄມອອກຈຳໜ່າຍ ແລະ ຜະລິດສົ່ງໃຫ້ກັບໂຄງການຄຸມກຳເນີດຂອງລັດຖະບານ ແລະ ອົງກອນບໍ່ຫວັງຜົນກຳໄລຕ່າງໆ ເປີດເຜີຍວ່າໄດ້ປິດໂຮງງານໄປ 3 ບ່ອນ ແລະ ຫຼຸດການຜະລິດຖົງຢາງອະນາໄມລົງ 200 ລ້ານອັນໃນຊ່ວງກາງເດືອນມີນາ ເຖິງ ກາງເດືອນເມສານີ້ ຕາມມາດຕະການ Lockdown ຂອງລັດຖະບານມາເລເຊຍ. ນອກຈາກນີ້ ວິກິດຖົງຢາດຂາດຕະຫຼາດ ຍັງເກີດຈາກບັນຫາຂົນສົ່ງທີ່ຢຸດຊະງັກທົ່ວໂລກ.

ມາເລເຊຍເປັນປະເທດຜູ້ຜະລິດຢາງທຳມະຊາດລາຍໃຫຍ່ທີ່ສຸດໃນໂລກ ແລະ ເປັນປະເທດຜູ້ຜະລິດຖົງຢາງອະນາໄມລາຍໃຫຍ່ ຂະນະນີ້ຢູ່ໃນມາດຕະການ Lockdown ເພື່ອປ້ອງກັນການແຜ່ລະບາດຂອງໂຄວິດ-19 ໂດຍມາດຕະການນີ້ຈະມີໄປເຖິງວັນທີ 14 ເມສາ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...