ສະຫະກອນສິນເຊື່ອຫົວແຊກຳໄລເພີ່ມຂຶ້ນ 30%

0
1717

ສະຫະກອນສິນເຊື່ອ ແລະເງິນຝາກປະຢັດ ( ສສງ )ຫົວແຊຈະເລີນ ເປັນອີກ ສສງ ໜຶ່ງທີ່ມີຜົນງານໂດດເດັ່ນໃນການດໍາເນີນທຸລະກິດ 6 ເດືອນຕົ້ນປີນີ້ ກໍາໄລເພີ່ມຂຶ້ນ 30% ທັງນີ້ໄດ້ສະແດງໃຫ້ເຫັນເຖິງສັກກະຍະພາບຂອງການບໍລິຫານອົງກອນພາຍໃຕ້ແຮງສັດທາ, ການສະໜັບສະໜູນຢ່າງຕັ້ງໜ້າ ແລະແຂງແຮງຈາກສະມາຊິກ, ທັງໝົດເປັນການຕອບໂຈດການດໍາເນີນງານຂອງ ສສງ ຫົວແຊຈະເລີນ ຈາກທ່ານ ຫຸມພັນ ອິນທະວົງ ປະທານສະພາບໍລິຫານ ສສງ ດັ່ງກ່າວເມື່ອບໍ່ນານມານີ້.

ສສງ ຫົວແຊຈະເລີນ ຕັ້ງຢູ່ບ້ານໜອງນໍ້າຂາວ ( ຫຼັກ 11 ) ເມືອງບາຈຽງຈະເລີນສຸກແຂວງຈໍາປາສັກ, ຫ່າງຈາກເທ ສະບານເມືອງປາກເຊ 11 ກິໂລແມັດ, ສສງ ຫົວແຊຈະເລີນມີຈຸດເລີ່ມຕົ້ນມາຈາກກອງທຶນພັດທະນາບ້ານຫົວແຊ ແລະໃນຕົ້ນປີ 2009 ໄດ້ສ້າງຕັ້ງເປັນ ສສງ ຫົວແຊຈະເລີນ ໂດຍມີສະມາຊິກທັງໝົດ 342 ຄົນ ໃນຊຸມປີຜ່ານມາສະພາບໍລິຫານຍາມໃດກໍຖືວຽກງານຂະຫຍາຍສະມາຊິກເປັນໃຈກາງ ເພາະສະມາຊິກເປັນທັງຜູ້ທີ່ຮັບຜົນປະໂຫຍດ ແລະສົ່ງຜົນປະໂຫຍດໃຫ້ສະຫະກອນມີຄວາມຍືນຍົງ ໂດຍນັບແຕ່ປີ 2011 ມີ ສະມາ ຊິກພຽງແຕ່ 785 ຄົນ, 2012 ມີ 898 ຄົນ, 2013 ມີ 985 ຄົນ, 2014 ມີ 1.062 ຄົນ ແລະໃນທ້າຍເດືອນທັນວາ2015 ກ່ອນປິດບັນຊີມີສະມາຊິກທັງໝົດ 1.311 ຄົນ ຊຶ່ງເອີ້ນວ່າ: ຢູ່ໃນໄລຍະເພີ່ມທະວີທີ່ໝັ້ນຄົງ ແລະກ້າວຂຶ້ນ.

ທ່ານ ຫຸມພັນ ອິນທະວົງ ປະທານ ສສງ ຫົວແຊຈະເລີນ ຢືນຢັນການພັດທະນາເງິນຝາກປະຢັດຕື່ມວ່າ: ໃນຕົ້ນປີ 2011 ເງິນຝາກທັງໝົດຂອງສສງ ບໍ່ເຖິງຕື້ກີບ, ແຕ່ຕົກມາໃນປີ 2012 ເງິນຝາກຂອງສະມາຊິກກາຍກວ່າຕື້ກີບ, ປີ 2014 ມີຫຼາຍກວ່າ 2 ຕື້ກີບ, ປີ 2015 ເງິນຝາກ ເພີ່ມເປັນ 5 ຕື້ກີບ ແລະສະເພາະແຕ່ 6 ເດືອນຕົ້ນປີນີ້ ເງິນຝາກຂອງສະມາຊິກ ສສງ ທັງໝົດທະລຸເຖິງລະດັບ 6 ຕື້ກີບ, ສະເລ່ຍໃນແຕ່ລະປີເງິນຝາກຂອງສະມາຊິກເພີ່ມຂຶ້ນ 20 – 30%, ສິນເຊື່ອໃນປີ 2015 ແລະ6 ເດືອນນີ້ມີເຖິງ 6,5 ຕື້ກີບ, ທັງໝົດນັ້ນ ຍ້ອນຜົນພວງຂອງການບໍລິຫານສິນເຊື່ອຢ່າງມືອາຊີບ ຊຶ່ງໄດ້ມີການ ວິເຄາະສິນເຊື່ອໂດຍອີງໃສ່ຫຼັກການ 5 C, ການກະຈາຍຄວາມສ່ຽງຕາມພື້ນທີ່ ຫຼື ກິດຈະກໍາສ້າງລາຍຮັບຂອງສະມາຊິກ, ມີການຕິດຕາມຫຼັງການປ່ອຍກູ້, ການປະ ຕິບັດຕໍ່ສະມາຊິກທີ່ເປັນໜີ້ຊັກຊ້າ ແລະລະບົບການສ້າງແຮງຈູງໃຈ.

ສສງ ຫົວແຊຈະເລີນ ຍັງມີຄວາມຄືບໜ້າ ແລະມີຄຸນນະພາບສິນເຊື່ອດີຂຶ້ນເປັນລໍາດັບ ຊຶ່ງໃນເພດານທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ກໍານົດໄວ້ໜີ້ຊັກຊ້າບໍ່ໃຫ້ເກີນ 5%, ຜ່ານການເຄື່ອນໄຫວໃນປີ 2011 ສສງ ຫົວແຊ ພັດມີໜີ້ຊັກຊ້າ 7,9% ແລະພາຍໃຕ້ການວິເຄາະ-ຊີ້ນໍາຈາກ ທຫລ ກໍຄືສະພາບໍລິຫານ ສສງ ຫົວແຊ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າໃນການແກ້ໄຂບັນຫາດັ່ງກ່າວ ຈິ່ງເຮັດໃຫ້ສະພາບການດັ່ງກ່າວນັບມື້ຫຼຸດໜ້ອຍລົງໃນປີ 20112 ມີໜີ້ຊັກຊ້າ 4,6%, 2013 ມີ 3,6%, 2014 ມີ 1,6%, ຕົກມາທ້າຍເດືອນມິຖຸນາ 2016 ສາມາດເຮັດໃຫ້ໜີ້ຊັກຊ້າຢູ່ໃນລະດັບ 1,2% ແລະໃນປີ 2015 ມີກໍາໄລ 567 ລ້ານກີບ, ສະເພາະແຕ່ 6 ເດືອນຕົ້ນປີນີ້ພັດມີກໍາໄລຫຼາຍກ່ວາ 400 ລ້ານກີບ, ຖືວ່າເພີ່ມຂຶ້ນ 30% ແຕ່ຂະນະດຽວກັນນັ້ນຮຸ້ນຂອງ ສສງ ກໍໄດ້ເພີ່ມຂຶ້ນຢ່າງຈະແຈ້ງຈາກ 1,4 ຕື້ກີບໃນປີ 2015 ເປັນ 2 ຕື້ກີບໃນ 6ເດືອນ 2016.

ທ່ານປະທານ ສສງ ຫົວແຊຈະເລີນ ເນັ້ນວ່າ: 3-4 ປີມານີ້ ຕົວເລກໃນທຸກ ດ້ານລ້ວນແຕ່ຢູ່ໃນຂາຂຶ້ນເປັນລໍາດັບຕໍ່ເນື່ອງຈາກສິນເຊື່ອທີ່ຢູ່ພຽງແຕ່ເມືອງບາຈຽງ ປະຈຸບັນໄດ້ຂະຫຍາຍມາຫຼາຍພື້ນທີ່ຂອງຂອງແຂວງຈໍາປາສັກ ຊຶ່ງນໍາແຫຼ່ງທຶນຈໍານວນບໍ່ໜ້ອຍຈາກຕົວເມືອງມາສູ່ຊົນນະບົດເຮັດໃຫ້ສະມາຊິກ ແລະປະຊາຊົນ ສາມາດເຂົ້າເຖິງແຫຼ່ງທຶນງ່າຍດາຍ, ພິເສດ ປີ 2016 ເປັນປີມະຫາໄຊ ສໍາລັບ ສສງ ຊຶ່ງໃນເບື້ອງຕົ້ນກອງທຶນມີ ສະມາຊິກຈາກ 30-40 ຄອບຄົວ ແຕ່ດຽວນີ້ມີ 1.311 ຄົນ, ໃນນີ້ໄດ້ສໍາເລັດໃນການສ້າງຫ້ອງການ, ມີພະນັກງານຈໍານວນໜ້ອຍ ແຕ່ມີຄຸນນະພາບເຮັດວຽກມີປະສິດທິຜົນສາມາດພັດທະນາອົງກອນຂອງຕົນໄປຕາມທິດຍືນຍົງ, ມີຄວາມໂປ່ງໃສ ໄດ້ຮັບການກວດກາ-ກວດສອບຈາກອົງກອນມະຫາພາກ, ສະມາຊິກເພີ່ມຄວາມເຊື່ອໝັ້ນ, ມີຄວາມສະດວກ-ສະບາຍ, ມີເງິນປັນຜົນສູງຂຶ້ນເຮັດໃຫ້ຊາວບ້ານທີ່ຢູ່ຕ່າງເມືຶອງກໍຄືການຈັດຕັັ້ງສັງຄົມເຂົ້າມາເປັນສະມາຊິກນັບມື້ຫຼາຍຂຶ້ນ ແລະໄດ້ຮັບການຍ້ອງຍໍສັນລະ ເສີນຈາກອໍານາດການປົກຄອງທ້ອງ ຖິ່ນ-ໃບຍ້ອງຍໍຊົມເຊີຍຈາກ ທຫລ, ຄາດວ່າໃນທ້າຍປີນີ້ ພາຍຫຼັງການເກັບກູ້ຜົນຜະລິດຂອງສະມາຊິກ ຈະເຮັດໃຫ້ ສສງ ຫົວແຊຈະເລີນ ຈະຮັບຜົນສໍາເລັດໃໝ່ໃນການພັດທະນາ ສສງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງໃຫ້ສົມກັບຊື່: ສະຫະກອນສິນເຊື່ອ ແລະເງິນຝາກປະຢັດຫົວແຊຈະເລີນທີ່ ແທ້ຈິງ.

ທີ່ມາ: ເສດຖະກິດ-ສັງຄົມ