Homeຂ່າວເຫດການໄຂກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ III

ໄຂກອງປະຊຸມ ວຽກງານກວດກາທົ່ວປະເທດ ຄັ້ງທີ III

Published on

ເພື່ອຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກົດລະບຽບພັກສະໄໝທີ X ກ່ຽວກັບວຽກງານ ກໍ່ສ້າງພັກ ແລະ ວຽກງານກວດກາ, ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 18 ກໍລະກົດນີ້ ທີ່ຫ້ອງປະຊຸມໃຫຍ່ສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ສະຫາຍ ພັນຄຳ ວິພາວັນ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ພ້ອມດ້ວຍບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ ຊຶ່ງມີບັນດາສະຫາຍຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳຮອງສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານຕິດຕາມ-ກວດ ກາ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໄລຍະ 5 ປີຜ່ານມາ (2011-2015), ທິດທາງແຜນການ ວຽກງານກວດກາ ແຕ່ປີ 2016-2020 ຊຶ່ງໄລຍະ 5 ປີຜ່ານມາ ຄະນະພັກ, ອົງການປົກຄອງ ຄະນະກວດກາພັກ- ອົງການກວດກາລັດແຕ່ລະຂັ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານກວດກາຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ, ເຮັດໃຫ້ວຽກງານກວດກາ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການປົກປັກຮັກສາສະຖຽນ ລະພາບທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ບັນດາຂົງເຂດວຽກງານຂະແໜງການຕ່າງໆ ໄດ້ມີຄວາມສະຫງົບໂດຍພື້ນຖານ, ພະນັກງານສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ປະກອບສ່ວນເຂົ້າໃນການກໍ່ສ້າງພັກ ໃຫ້ມີຄວາມປອດໃສເຂັ້ມແຂງ ທາງດ້ານການຈັດຕັ້ງ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃນທຸກຮູບແບບ. ຈາກນັ້ນ, ບັນດາສະຫາຍເລຂາຄະນະພັກແຕ່ລະພາກສ່ວນ ໄດ້ຜັດປ່ຽນກັນ ຂຶ້ນປະກອບຄຳຄິດຄຳເຫັນ ຕາມການເຈາະຈີ້ມຂອງປະທານກອງປະຊຸມ. ກອງປະຊຸມ ຈະດຳເນີນເປັນເວລາ 3 ວັນຈຶ່ງປິດລົງ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...