ສະຫລົດ! ໄຟໄໝ້ເຮືອນພັກຄົນຊະລາຢູ່ຈີນ ມີຜູ້ຖືກເຜົາເສຍຊີວິດ 38 ຄົນ ບາດເຈັບອີກ 6 ຄົນ!

NjpUs24nCQKx5e1D7R3ffu0Wws7xmbht86abmEfVieV

ເກີດເຫດໄຟໄໝ້ເຮືອນພັກຄົນຊະລາ ໃນແຂວງເຫີໜານ ປະເທດຈີນ ກາງເດິກມື້ວັນທີ 25 ພຶດສະພາຜ່ານມານີ້ ເຮັດໃຫ້ອາຄານຖືກໄໝ້ກ້ຽງທັງຫລັງ ມີຜູ້ເສຍຊີວິດ 38 ຄົນ ບາດເຈັບ 6​ ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ພຶດສະພາ ນີ້ວ່າ ເຫດໄຟໄໝ້ຮຸນແຮງດັ່ງກ່າວ ເກີດຂຶ້ນທີ່ເຮືອນພັກຄົນຊະລາ ຄັງລີ່ຢວນ ເຊິ່ງເປັນເຮືອນພັກຄົນລະຊາຂອງພາກເອກະຊົນ ໃນເມືອງຜິງຕິງສານ ແຂວງເຫີໜານ ປະເທດຈີນ ໃນຕອນກາງເດິກຂອງມື້ວັນຈັນທີ 25 ພຶດສະພາຜ່ານມານີ້ ເປັນເຫດເຮັດໃຫ້ຄົນຊະລາເສຍຊີວິດເຖິງ 38 ຄົນ ບາດເຈັບ 6 ຄົນ ແລະ ອາຄານເຮືອນພັກຖືກໄໝ້ກ້ຽງທັງຫລັງ.

ປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນໄດ້ສັ່ງໃຫ້ເຈົ້າໜ້າທີ່ ໃຫ້ການຊ່ວຍເຫລືອບັນເທົາທຸກແກ່ຜູ້ໄດ້ຮັບບາດເຈັບ ແລະ ລູກຫລານຜູ້ສູນເສຍພໍ່ແມ່ ໃນເຫດການຄັ້ງນີ້ ເຊິ່ງໃນເບື້ອງຕົ້ນແມ່ນຍັງບໍ່ທັນມີລາຍງານ ກ່ຽວກັບສາເຫດຂອງໄຟໄໝ້ດັ່ງກ່າວນີ້ເທື່ອ.