ສະຫລົດ! ໂຮງງານອຸປະກອນການທະຫານ ລະເບີດຮຸນແຮງຢູ່ຈີນ ກຳມະກອນເສຍຊີວິດ 40 ສູນຫາຍອີກ 50 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ໃນເວລາປະມານ 17:00 ໂມງ ຕາມເວລາໃນທ້ອງຖິ່ນຂອງມື້ວານນີ້ (8 ພະຈິກ) ໄດ້ເກີດເຫດໂຮງງານຜະລິດອຸປະກອນທາງການທະຫານແຫ່ງໜຶ່ງ ຕັ້ງຢູ່ນິຄົມອຸດສາຫະກຳເມືອງລິ່ວອານ ແຂວງອານຮຸຍ ລະເບີດຂຶ້ນຢ່າງຮຸນແຮງ ສົ່ງຜົນເຮັດໃຫ້ກຳມະກອນທີ່ເຮັດວຽກຢູ່ພາຍໃນໂຮງງານ ເສຍຊີວິດແລ້ວ 40 ຄົນ ແລະ ສູນຫາຍອີກ 50 ຄົນ ໂດຍທີ່ມີຜູ້ໜີລອດອອກມາໄດ້ພຽງແຕ່ 5 ຄົນ, ທາງການໄດ້ລະດົມເຈົ້າໜ້າທີ່ມອດໄຟ ພ້ອມດ້ວຍເຈົ້າໜ້າທີ່ກູ້ໄພນັບ 140 ກວ່າຄົນ ເຂົ້າໄປໃຫ້ຄວາມຊ່ວຍເຫລືອ, ແຕ່ກໍບໍ່ມີໃຜກ້າສ່ຽງເຂົ້າໄປ ເນື່ອງຈາກຢ້ານເກີດມີການລະເບີດຂຶ້ນອີກຊ້ຳສອງ.

ແຮງສັ່ນສະເທືອນຂອງການລະເບີດດັ່ງກ່າວນີ້ ໄດ້ເຮັດໃຫ້ແວ່ນແກ້ວຕາມເຮືອນຊານ ແລະ ຕຶກອາຄານ ທີ່ຕັ້ງຢູ່ພາຍໃນລັດສະໝີ 2 ກິໂລແມັດ ແຕກມຸ່ນລະອຽດ, ຊຶ່ງທາງການຈີນ ຍັງບໍ່ທັນໄດ້ມີການເປີດເຜີຍ ເຖິງສາເຫດຂອງການລະເບີດຄັ້ງນີ້ເທື່ອ.

559000011572502 559000011572503

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!