Homeຂ່າວຕ່າງປະເທດຊີອີໂອ Huawei ຕັ້ງເປົ້າ ຈະແຊງໜ້າ Apple ເປັນອັນດັບສອງຂອງໂລກ ໃນອີກ 2 ປີ

ຊີອີໂອ Huawei ຕັ້ງເປົ້າ ຈະແຊງໜ້າ Apple ເປັນອັນດັບສອງຂອງໂລກ ໃນອີກ 2 ປີ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພະຈິກນີ້ວ່າ ທ່ານ ຣິຊາດ ອິ໋ວ ປະທານຜູ້ບໍລິຫານຫົວເວິ່ຍ (Huawei) ໄດ້ເປີດເຜີຍຕໍ່ສື່ມວນຊົນ ທີ່ນະຄອນມິວນິກ ປະເທດເຢຍລະມັນວ່າ ບໍລິສັດໄດ້ຕັ້ງເປົ້າໝາຍເປັນຜູ້ຜະລິດສະມາດໂຟນ ລາຍໃຫຍ່ທີ່ສຸດອັນດັບສອງຂອງໂລກ ພາຍໃນເວລາສອງປີຂ້າງໜ້ານີ້, ໂດຍຫົວເວິ່ຍ ໄດ້ເລີ່ມຕົ້ນໃຫ້ບໍລິການ ດ້ານເຄືອຂ່າຍໂທລະຄົມມະນາຄົມ ຈົນເປັນທີ່ຮູ້ຈັກຢ່າງກວ້າງຂວາງໃນທົ່ວໂລກ ແລະ ໃຊ້ເວລາບໍ່ພໍເທົ່າໃດປີ ກໍສາມາດບຸກເບີກຕະຫລາດ ອຸປະກອນການສື່ສານສ່ວນບຸກຄົນ ຈົນຂຶ້ນແທ່ນກາຍເປັນຜູ້ຜະລິດສະມາດໂຟນ ລາຍໃຫຍ່ທີ່ສຸດອັນດັບທີສາມໃນປັດຈຸບັນ ຮອງຈາກແອັບເປິ້ນ ແລະ ຊຳຊຸງ ເອເລັກໂຕຣນິກ.

ທັງນີ້ ອີງຕາມບົດລາຍງານການວິໄຈຂອງ Strategy Analytics ຂອງອາເມຮິກາ ໄດ້ລະບຸວ່າ ຫົວເວິ່ຍ ໄດ້ເປັນຜູ້ຜະລິດສະມາດໂຟນ ລາຍໃຫຍ່ທີ່ສຸດອັນດັບສາມ ໃນໄຕມາດທີສາມ ດ້ວຍຍອດການສົ່ງຂາຍກວ່າ 33.6 ລ້ານໜ່ວຍ ຄອງສ່ວນແບ່ງທາງການຕະຫລາດ 9%, ສ່ວນແອັບເປິ້ນ ໄດ້ຄອງອັນດັບສອງ ຈາກຈຳນວນ 45.5 ລ້ານໜ່ວຍ ກວມສ່ວນແບ່ງທາງຕະຫລາດ 12% ແລະ ຊຳຊຸງ ໄດ້ເປັນອັນດັບທີໜຶ່ງ ດ້ວຍຈຳນວນ 75.3​ ລ້ານໜ່ວຍ ຄອງສ່ວນແບ່ງທາງການຕະຫລາດ 20.1%.

ທ່ານ ຣິຊາດ ອິ໋ວ ໄດ້ກ່າວວ່າ ” ເຮົາກຳລັງແຊງໜ້າແອັບເປິ້ນໄປເທື່ອລະຂັ້ນ ດ້ວຍນະວັດຕະກຳໃໝ່ໆ ໂດຍຫົວເວີ່ຍຈະພັດທະນາຕົນເອງ ພ້ອມກັບການປ່ຽນແປງດ້ານເຕັກໂນໂລຊີ ”

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...