spot_img
Homeຂ່າວຕ່າງປະເທດສະຫລົດ! ຜູ້ສະແຫວງບຸນຊາວອິນເດຍ ຢຽບກັນຕາຍ 27 ຄົນ ແຄມແມ່ນ້ຳສັກສິດ!

ສະຫລົດ! ຜູ້ສະແຫວງບຸນຊາວອິນເດຍ ຢຽບກັນຕາຍ 27 ຄົນ ແຄມແມ່ນ້ຳສັກສິດ!

Published on

EyWwB5WU57MYnKOuXuZYpgR3clrfL2EkkTpS7CtRMT1IMvvo0zNZ0D

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ກໍລະກົດນີ້ວ່າ ເກີດເຫດຢຽບກັນຕາຍທີ່ແຄມແມ່ນ້ຳໂກທາວາຣີ ເຊິ່ງເປັນໜຶ່ງໃນແມ່ນ້ຳສັກສິດ 12 ແຫ່ງຂອງອິນເດຍ ໃນເຂດລັດອານທະຣະປະເທດ ໃນມື້ວັນທີ 14 ກໍລະກົດຜ່ານມາ ເນື່ອງຈາກຜູ້ສະແຫວງບຸນຊາວຮິນດູຈຳນວນຫລວງຫລາຍ ພາກັນມາເຕົ້າໂຮມບຽດສຽດຢູ່ແຄມນ້ຳ ເພື່ອດື່ມ ຫລື ອາບນ້ຳໃນແມ່ນ້ຳດັ່ງກ່າວ ໃນຊ່ວງງານເທດສະການພຸດຄາຣາມຂອງສາສະໜາຮິນດູ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຍ້ອນຢຽບກັນຕາຍເຖິງ 27 ຄົນ.

ແຫລ່ງຂ່າວລະບຸວ່າ ສະຖານະການເກີດຂຶ້ນຢ່າງວຸ້ນວາຍ ໂດຍຜູ້ຍິງ ແລະ ເດັກນ້ອຍພາກັນຮ້ອງໄຫ້ຂໍຄວາມຊ່ວຍເຫລືອ ໃນຂະນະທີ່ເຈົ້າໜ້າທີ່ໃນເຄື່ອງແບບ ບໍ່ສາມາດຊ່ວຍຫຍັງໄດ້ເລີຍ ເນື່ອງຈາກຢູ່ໃນສະຖານະການທີ່ແຕກຕື່ນ ແລະ ຕ້ອງໃຊ້ເວລາຫລາຍກ່ວາ 1 ຊົ່ວໂມງ ສະຖານະການຈິ່ງສະຫງົບລົງ.

NjpUs24nCQKx5e1D7IOlDKgzhfJhm9iKQuCPLPjJNdP

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...