spot_img
Homeຂ່າວຕ່າງປະເທດສະຫລົດ! ປ້ຳນ້ຳມັນລະເບີດຢູ່ການາ ໄຟໄໝ້ລຸກລາມ ແລະ ມີຄົນເສຍຊີວິດເຖິງ 150 ຄົນ!

ສະຫລົດ! ປ້ຳນ້ຳມັນລະເບີດຢູ່ການາ ໄຟໄໝ້ລຸກລາມ ແລະ ມີຄົນເສຍຊີວິດເຖິງ 150 ຄົນ!

Published on

EyWwB5WU57MYnKOuXxyIUhsrmQkpRy4JnpUMKChiJsarv8eMwm7pcB

ເກີດເຫດປ້ຳນ້ຳມັນລະເບີດຮຸນແຮງ ໃນນະຄອນຫລັງອັກກະຣາ ເມືອງຫລວງຂອງປະເທດການາ ເຮັດໃຫ້ໄຟໄໝ້ລຸກລາມເຮືອນຊານໃກ້ຄຽງ ມີຄົນເສຍຊີວິດເຖິງ 150 ຄົນ.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມິຖຸນາຜ່ານມານນີ້ວ່າ ເກີດອຸບັດເຫດສະຖານີນ້ຳມັນລະເບີດຮຸນແຮງ ໃນນະຄອນຫລວງອັກກະຣາ ເມືອງຫລວງຂອງປະເທດການາ ໃນເວລາປະມານ 22:00 ໂມງ ຂອງມື້ວັນພຸດທີ 3 ມິຖຸນາຜ່ານມານີ້ ຕາມເວລາໃນທ້ອງຖິ່ນ ເປັນເຫດເຮັດໃຫ້ເກີດໄຟລຸກໄໝ້ຢ່າງວ່ອງໄວ ແລະ ຮຸນແຮງ ໂດຍມີຜູ້ເສຍຊີວິດຢ່າງໜ້ອຍ 150 ຄົນ ເຊິ່ງຜູ້ເຄາະຮ້າຍຈຳນວນດັ່ງກ່າວນີ້ ເສຍຊີວິດໃນຂະນະທີ່ພາກັນມາຢືນຫລົບຝົນທີ່ຕົກລົງແຮງ ໃນບໍລິເວນປ້ຳນ້ຳມັນດັ່ງກ່າວ.

ດ້ານເຈົ້າໜ້າທີ່ດັບເພີງຂອງການາ ໄດ້ລະບຸສາເຫດຂອງເຫດການດັ່ງກ່າວນີ້ວ່າ ເບື້ອງຕົ້ນແມ່ນຄາດວ່າເປັນອຸບັດເຫດ ໂດຍມີໄຟໄໝ້ເລີ່ມຂຶ້ນບໍລິເວນບ່ອນຈອດລົດບັນທຸກ ກ່ອນທີ່ແປວໄຟຈະລຸກລາມໄປໃສ່ປ້ຳນ້ຳມັນ ແລະ ຕຶກອາຄານທີ່ຢູ່ໃກ້ຄຽງ.

 

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...