spot_img
Homeຂ່າວເຫດການສະພາແຫ່ງຊາດ ລົງມະຕິຮັບຮອງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ

ສະພາແຫ່ງຊາດ ລົງມະຕິຮັບຮອງ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ສະບັບປັບປຸງ

Published on

ເຊົ້າວັນທີ 17 ພະຈິກນີ້, ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 8, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ໄດ້ຕົກລົງເຫັນດີຮັບຮອງເອົາກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ, ຊຶ່ງກົດໝາຍສະບັບນີ້ ໄດ້ມີການປັບປຸງ 64 ມາດຕາ, ສ້າງໃໝ່ 28 ແລະ ຮັກສາໄວ້ 14 ມາດຕາ ປະກອບມີ: 13 ພາກ, 17 ໝວດ ແລະ 106 ມາດຕາ.

ທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຕໍ່ກອງປະຊຸມວ່າ: ຜ່ານການຈັດຕັ້ງປະຕິບັດກົດໝາຍສະບັບນີ້ ເຮັດໃຫ້ການລົງທຶນຂອງພາກເອກກະຊົນພາຍໃນ ແລະ ຕ່າງປະເທດ ມີການຂະຫຍາຍຕົວຫລາຍພໍສົມ ຄວນ, ການລົງທຶນຂອງພາກເອກກະຊົນ ກວມເອົາຫລາຍກວ່າ 50% ຂອງການລົງທຶນທົ່ວສົງຄົມ ສົ່ງຜົນໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນຕາມທິດ ຫັນເປັນອຸດສາຫະກຳ ແລະ ທັນສະໄໝເປັນກ້າວໆມາ, ພ້ອມນີ້ ຍັງເຮັດໃຫ້ເສດຖະກິດຂອງປະເທດ ດີຂຶ້ນກວ່າປີຜ່ານມາ 5 ອັນດັບໃນທົ່ວໂລກ, ດັ່ງນັ້ນ ຈຶ່ງເຮັດໃຫ້ມີຄວາມຈຳເປັນທີ່ສຸດ ໃນການປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປີ 2009, ເພື່ອກຳນົດຫລັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການສົ່ງເສີມ, ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ເພື່ອເຮັດໃຫ້ການລົງທຶນມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຖືກຕ້ອງ, ພ້ອມທັງໄດ້ຮັບການປົກປ້ອງດ້ານຕ່າງໆຈາກພາກລັດ ແນໃສ່ຮັບປະກັນສິດ ແລະ ຜົນປະໂຫຍດຂອງຜູ້ລົງທຶນ, ຂອງລັດ, ຂອງລວມໝູ່, ຂອງປະຊາຊົນ ສາມາດເຊື່ອມໂຍງກັບເສດຖະກິດພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງຕາມທິດສີຂຽວ ແລະ ຍືນຍົງ.

ພາຍຫລັງການປະກອບຄຳເຫັນຂອງ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກ ຕັ້ງ, ຕາງໜ້າອະນຸກຳມະການກົດໝາຍດັ່ງກ່າວ ໄດ້ຂຶ້ນຊີ້ແຈງແຕ່ລະບັນຫາ ທີ່ຜູ້ແທນມີຄວາມສົນໃຈແລ້ວ, ປະທານກອງປະຊຸມ ໄດ້ສະຫລຸບສັງລວມການປະກອບຄຳເຫັນຂອງ ສະມາຊິກ, ພ້ອມທັງລົງຄະແນນສຽງຮັບຮອງເອົາ ຮ່າງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ສະບັບປັບປຸງ ດ້ວຍຄະແນນສຽງເປັນເອກກະພາບ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...