spot_img
Homeຂ່າວຕ່າງປະເທດສະພາເກົາຫຼີໃຕ້ຕັ້ງໄອຍະການພິເສດສອບສວນປະທານາທິບໍດີ "ປຣາກ" ໃນຄະດີສໍ້ໂກງ

ສະພາເກົາຫຼີໃຕ້ຕັ້ງໄອຍະການພິເສດສອບສວນປະທານາທິບໍດີ “ປຣາກ” ໃນຄະດີສໍ້ໂກງ

Published on

ສະພາເກົາຫຼີໃຕ້ຜ່ານກົດໝາຍໃຫ້ມີການຕັ້ງໄອຍະການພິເສດສອບສວນປະທານາທິບໍດີ ທ່ານ ນາງ ປຣາກ ກືນເຮ ໃນກໍລະນີຂ່າວສາວເລື່ອງສໍ້ໂກງບ້ານເມືອງ

ສຳນັກຂ່າວຕ່າງປະເທດລາວງານເມື່ອ ວັນພະຫັດທີ່ຜ່ານມາວ່າ ອົງການສະພາແຫ່ງຊາດຂອງປະເທດເກົາຫຼີໃຕ້ໄດ້ຜ່ານກົດໝາຍ ເຊິ່ງຈະອະນຸຍາດໃຫ້ຕັ້ງໄອຍະການພິເສດດຳເນີນການສອບສວນ ປະທານາທິບໍດີເກົາຫຼີໃຕ້ ທ່ານ ນາງ ປຣາກ ກືນເຮ ຢ່າງເປັນອິດສະຫຼະໃນຂໍ້ຫາສໍ້ໂກງ ນອກຈາກນີ້ ຍັງມີການໂຫວດໃຫ້ສະພາດຳເນີນການສອບສວນ ທ່ານ ນາງ ປຣາກ ໃນໂທດຖານໃຫ້ຄົນສະໜິດບໍລິຫານປະເທດຢູ່ເບື້ອງຫຼັງ ແລະ ໃຊ້ຄວາມສະໜິດສະໜົມຫາຜົນປະໂຫຍດໃສ່ຕົວ.

ຕາມກົດໝາຍຂອງເກົາຫຼີໃຕ້ຜູ້ທີ່ດຳລົງຕຳແໜ່ງປະທານາທິບໍດີມີສິດຖືກຄຸ້ມຄອງຈາກການດຳເນີນຄະດີໃດໆ ແຕ່ຍົກເວັ້ນຄະດີທໍລະຍົດຊາດ ແຕ່ທ່ານນາງ ປຣາກ ຈະຖືກສອບສວນໂດຍພາຍໃຕ້ກົດໝາຍໃໝ່ ທ່ານ ນາງ ປຣາກ ມີສິດເລືອກໄອຍະການພິເສດ 1 ຄົນ ຈາກທີ່ຖືກສະເໜີຊື່ໂດຍກຸ່ມຝ່າຍຄ້ານ 2 ຄົນ ເພື່ອໃຫ້ເປັນຜູ້ເຮັດການສອບສວນໃນຄວາມຜິດຂອງນາງ.

ໄອຍະການພິເສດມີສິດຕັ້ງທີມສອບສວນຈຳນວນ 60 ຄົນ ເຊິ່ງສາມາດມີໄອຍະການລັດຮ່ວມທີມໄດ້ບໍ່ເກີນ 20 ຄົນ  ແລະ ມີເວລາ 90 ວັນໃນການສອບສວນ ແລະ ຕັດສິນວ່າຈະດຳເນີນການຮ້ອງຟ້ອງຕັ້ງຂໍ້ຫາ ຫຼື ບໍ່ ໂດຍໄລຍະການສຶບສວນສາມາດຂະຫຍາຍໄປເປັນເວລາ 120 ວັນໄດ້ ເຊິ່ງເວລາທີ່ຂະຫຍາຍອອກໄປຕ້ອງໄດ້ຮັບການອະນຸມັດຈາກທ່ານ ນາງ ປຣາກ ເທົ່ານັ້ນ.

 

ເຄດິດຈາກ: http://www.thairath.co.th/content/786496
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...