spot_img
Homeຂ່າວການພັດທະນາສະຖານທູດສະຫະລັດ ຊ່ວຍອົບຮົມວຽກ​ງານ ການຕ້ານສໍ້ລາດບັງຫລວງ!

ສະຖານທູດສະຫະລັດ ຊ່ວຍອົບຮົມວຽກ​ງານ ການຕ້ານສໍ້ລາດບັງຫລວງ!

Published on

USA

ໃນວັນທີ 18 ພຶດສະພາຜ່ານ​ມາ​ນີ້, ສະຖານທູດສະຫະລັດ ອາ​ເມ​ລິ​ກາ ປະ ຈຳ​ລາວ ຮ່ວມ​ກັບ​ອົງການ​ກວດ​ສອບ​ລັດຖະບານ ​ແລະ ຕ້ານການສໍ້ລາດ ບັງຫລວງ ໄດ້ຈັດ​ຊຸດອົບຮົມຕ້ານການສໍ້ລາດ ບັງຫລວງ ຂຶ້ນທີ່ເມືອງວັງວຽງ ​ແຂວງ​ວຽງ​ຈັນ​ເປັນ​ເວລາ 1 ອາທິດ ເພື່ອຍົກລະດັບວຽກ​ງານ​ດັ່ງກ່າວໃຫ້ແກ່ບັນດາເຈົ້າ ໜ້າທີ່ ໃນການວາງແຜນ ແລະການລົງມືຕິດຕາມກວດກາຄະດີການສໍ້ລາດ ບັງ ຫລວງຕ່າງໆ.

ທ່ານທູດ ແດນນຽວ ຄລຸນ ​ເອກ​ອັກຄະ​ລັດຖະທູດສະຫະລັດ​ມີ​ຄຳ​ເຫັນ​ໃນ​ພິທີ​ວ່າ: “ສະຫະລັດອາເມລິກາພາກພູມ ໃຈທີ່ໄດ້ສະໜັບສະໜູນການຝຶກອົບຮົມໃນຄັ້ງນີ້ ແລະ ໄດ້ມີໂອກາດເຮັດວຽກຮ່ວມກັບພະນັກງານຂອງອົງການ ກວດ ກາລັດຖະບານ ແລະ ຕ້ານການສໍ້ລາດບັງຫລວງ”. “ຄວາມສຳຄັນຂອງວຽກງານ ອກລ ບໍ່ສາມາດປະເມີນຄ່າໄດ້ ແລະພວກຂ້າພະເຈົ້າຂໍຊົມເຊີຍຕໍ່ການອຸທິດເຫື່ອແຮງຂອງພວກທ່ານ ເພື່ອອະນາຄົດຂອງປະ​ເທດ”ການສໍ້ລາດບັງຫລວງ ເປັນບັນຫາທີ່ຈະສະກັດກັ້ນໄດ້ຍາກທີ່ສຸດ, ມັນ​ກີດ​ຂວາງລະບົບຍຸຕິທຳ, ທໍາລາຍຄວາມສະເໝີພາບທາງການຄ້າ ແລະ ຍັງສ້າງຄວາມເສຍຫາຍອັນໃຫຍ່ຫລວງຕໍ່ສັງຄົມ ​ແລະ ປະ​ເທດ​ຊາດ, ການຝຶກອົບຮົມຄັ້ງນີ້ ຈະ​ຊ່ວຍ​ໃຫ້​ເຈົ້າ​ໜ້າ​ທີ່​ກ່ຽວຂ້ອງ​ຂອງ​ລາວ​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບກົດໝາຍອື່ນໆຂອງລາວ ແລະ ສາກົນນຳອີກ ​ແລະ ຈະຊ່ວຍໃຫ້ທ່ານສາມາດສືບຕໍ່ ວຽກງານການສະກັດກັ້ນ ​ແລະ ຕ້ານການສໍ້ລາດບັງຫລວງ​ໄດ້ຫລາຍທີ່ສຸດ ຕາມຂີດຄວາມສາມາດຂອງຕົນ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...